ຫວຽດ​ນາມ​ເຂ​ົ້າ​ຮ່ວມກອງ​ປະ​ຊຸມ​ການ​ນຳ​ບັນ​ດາ​ອົງ​ການປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ສາ​ກົນ ຢູ່ ລັດ​ເຊຍ

(VOVWORLD) -ທ່ານ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ມີຄວາມປາດຖະໜາຢາກສືບຕໍ່ຖອດຖອນບົດຮຽນຈາກບັນດາເພື່ອນມິດສາກົນ, ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນກັບບັນດາອົງການປະຕິບັດກົດໝາຍ, ບັນດາອົງການຈັດຕັ້ງສາກົນໃນຂົງເຂດນີ້.
ຫວຽດ​ນາມ​ເຂ​ົ້າ​ຮ່ວມກອງ​ປະ​ຊຸມ​ການ​ນຳ​ບັນ​ດາ​ອົງ​ການປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ສາ​ກົນ ຢູ່ ລັດ​ເຊຍ - ảnh 1ຄະນະຜູ້ແທນ ຫວຽດນາມ ຢູ່ກອງປະຊຸມ(ພາບ: nhandan.com.vn) 

ໃນລະຫວ່າງວັນທີ 16 – 17 ຕຸລາ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ພົນເອກ Aleksandr Bortnikov, ຫົວໜ້າອົງການປ້ອງກັນຄວາມໝັ້ນຄົງສະຫະພັນລັດເຊຍ, ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມໄດ້ນຳໜ້າເຂົ້າຮ່ວມກອງປະຊຸມການນຳບັນດາອົງການພິເສດ, ອົງການປ້ອງກັນຄວາມໝັ້ນຄົງ ແລະ ປະຕິບັດກົດໝາຍຄັ້ງທີ 18 ເຊິ່ງໄດ້ດຳເນີນຢູ່ນະຄອນ Sochi, ສະຫະພັນລັດເຊຍ. ກອງປະຊຸມໄດ້ດຶງດູດ ຜູ້ແທນ 400 ຄົນທີ່ມາຈາກ 79 ປະເທດ ແລະ ບັນດາອົງການຈັດຕັ້ງສາກົນເຂົ້າຮ່ວມ. ກອງປະຊຸມປີນີ້ໄດ້ສຸມໃສ່ປຶກສາຫາລືກ່ຽວກັບ “ວິທີການສຳຜັດທີ່ມີລະບົບເພື່ອຈັດຕັ້ງບັ້ນຕໍ່ສູ້ຕ້ານລັດທິກໍ່ການຮ້າຍ”.

        ຂຶ້ນສະເໜີບົດປະກອບຄຳເຫັນ “ການພັດທະນາການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ບັນດາອົງການພິເສດຕ່າງປະເທດໃນຂົງເຂດຮັບປະກັນຄວາມປອດໄພຂໍ້ມູນຂ່າວສານ” ທີ່ກອງປະຊຸມຄົບຄະນະ ແລະ ເຂົ້າຮ່ວມປຶກສາຫາລືຫົວຂໍ້ “ຄວາມປອດໄພ ຂໍ້ມູນຂ່າວສານສາກົນ”, ທ່ານ ລັດຖະມົນຕີ ໂຕເລິມ ໄດ້ຍົກອອກບາງຂໍ້ລິເລີ່ມຂອງ ຫວຽດນາມ, ເນັ້ນໜັກເຖິງການສົມທົບກັນປະຕິບັດແບບສອງຝ່າຍ ແລະ ຫຼາຍຝ່າຍລະຫວ່າງບັນດາປະເທດເພື່ອແນໃສ່ສະກັດກັ້ນ ແລະ ຕໍ່ສູ້ກັບອາດຊະຍາກຳທາງເຄືອຂ່າຍອີນເຕີແນັດຢ່າງມີປະສິດທິຜົນ. ທ່ານ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ມີຄວາມປາດຖະໜາຢາກສືບຕໍ່ຖອດຖອນບົດຮຽນຈາກບັນດາເພື່ອນມິດສາກົນ, ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນກັບບັນດາອົງການປະຕິບັດກົດໝາຍ, ບັນດາອົງການຈັດຕັ້ງສາກົນໃນຂົງເຂດນີ້. ທ່ານລັດຖະມົນຕີ ເຊື່ອໝັ້ນວ່າ ຜົນສຳເລັດຂອງກອງປະຊຸມຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງອົງການປະຕິບັດກົດໝາຍຂອງບັນດາປະເທດໃຫ້ນັບມື້ນັບແໜ້ນແຟ້ນກ່ວາອີກ ເພື່ອແນໃສ່ຕໍ່ສູ້ກັບອາດຊະຍາກຳປະເພດຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ