ຫວຽດນາມເຂົ້າຮ່ວມກອງປະຊຸມບັນດານັກວິທະຍາສາດໜຸ່ມທົ່ວໂລກຢູ່ສິງກະໂປ

ຫວຽດນາມເຂົ້າຮ່ວມກອງປະຊຸມບັນດານັກວິທະຍາສາດໜຸ່ມທົ່ວໂລກຢູ່ສິງກະໂປ - ảnh 1
ມີ​ຜູ້​ແທນ 20 ຄົນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ:Việt Hải/Vietnam+)

(vovworld) -​ ກອງ​ປະຊຸມ​ບັນດາ​ນັກວິທະຍາສາດໜຸ່ມທົ່ວ​ໂລກ (GYSS) ປະຈຳປີ​ຄັ້ງ​ທີ 3 ​ໄດ້​ຈັດ​ຕັ້ງ​ຢູ່​ສິງກະ​ໂປ ​ໃນ​ລະຫວ່າງ​ວັນ​ທີ 19-23/1. ດ້ວຍ​ຫົວ​ຂໍ້​ວ່າ “ ຊຸກຍູ້​ວິທະຍາສາດ, ສ້າງ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ໂລກ​ແຫ່ງ​ໜຶ່ງທີ່​ດີງາມ​ກ່ວາ”, GYSS 2015 ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງນັກ​ປາຖະກະຖາ 20 ຄົນ ນັ້ນ​ແມ່ນ​ບັນດາ​ນັກວິທະຍາສາດ​ຊັ້ນ​ນຳ​ໂລກ​ທີ່​ເຄີຍ​ໄດ້​​ຮັບ​ລາງວັນ Nobel ​ແລະ ບັນດາ​ລາງວັນ​ສຳຄັນ​ອື່ນໆ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີ ສາດສະດາຈານຄະນິດສາດຫວຽດນາມ ​ໂງ​ບາ​ວ​ເຈົາ. ນອກຈາກ​ນັ້ນ, ຫວຽດນາມ ຍັງ​ມີນັກວິທະຍາສາດຍິງ 3 ຄົນ ​ເຂົ້າ​ຮ່ວມ GYSS ​ໃນ​ປີ​ນີ້.

ໜຶ່ງ​ໃນ​ບັນດາຈຸດໝາຍ​ຂອງ GYSS ​ແມ່ນ​ສ້າງ​ເວທີ​ປາ​ໄສ​ໃຫ້​ຜູ້​ແທນ​ເຂົ້າ​ຮ່ວມ​ມີ​ໂອກາດສະ​ເໜີ​ບັນດາ​ແນວຄວາມ​ຄິດການ​ຄົ້ນ​ຄ້ວາ ​ແລະ ມາດ​ຕະການ​ຂອງ​ຕົນ ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ເຊິ່ງບັນດາ​ຕົວ​ເມືອງ​ໃຫຍ່​ໃນ​ໂລກ​ພວມ​ປະ​ເຊີນ​ໜ້າ.


ຂ່າວ/ບົດ​ອື່ນ