ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີວ່າການກະຊວງກະສິກຳສາກົນຄັ້ງທີ7ຢູ່ເຢຍລະມັນ

ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີວ່າການກະຊວງກະສິກຳສາກົນຄັ້ງທີ7ຢູ່ເຢຍລະມັນ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ກາວ​ດຶກ​ຟາດ ເຂົ້າ​ຮ່ວມກອງ​ປະ​ຊຸມ (ຜູ້ທີ 2 ເບື້ອງ​ຊ້າຍ)
(ພາບ: Mạnh Hùng/TTXVN)

(vovworld) – ​ວັນ​ທີ 17/1, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ​ສາ​ກົນ​ຄັ້ງ​ທີ 7 ໄດ້​ດຳ​ເນີນ​ໄປ​ຢູ່ ແບກ​ແລງ, ປະ​ເທດ ເຢຍ​ລະ​ມັນ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ທີ່​ມາ​ຈາກ​ກ່​ວາ 70 ປະ​ເທດ, ພ້ອມ​ກັບ​ຜູ້​ຕາງ​ໜ້າ​ອົງ​ການອ​າ​ຫານ ແລະ ກະ​ເສດສະ​ຫະ​ປະ​ຊາ​ຊາດ (FAO) ​ແລະ ທະ​ນາ​ຄານ​ໂລກ (WB). ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ກາວ​ດຶກ​ຟາດ ນຳ​ໜ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

        ທີ່ກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີວ່າ​ການ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ຮຽກ​ຮ້ອງ​ໃຫ້​ສ້າງ​ຕັ້ງ​​ຂອບ​ເຂດ​ການ​ເມືອງ​ແໜ້ນ​ແຟ້ນ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ຊີ​ວະ​ພາບ​​ແບບ​ຍືນ​ຍົງ, ຮ່ວມ​ແຮງ​ຮ່ວມ​ໃຈ​ຕ້ານ​ຄວາມ​ອຶດ​ຫິວ, ທ​ຸກ​ຍາກ, ສະ​ພາບ​ການ​ຂາດ​ທາດ​ບຳ​ລຸງ. ບັນ​ດາ​ລັດ​ຖະ​ມົນ​ຕີ​​ວ່າ​ການເໜັ້​ນໜັກ​ວ່າ: ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ຕ້ອງ​ສ້າງ​ຕັ້ງ​ຂອບ​ເຂດ​ໃຫ້​ແກ່​ພື້ນ​ຖານ​ກະ​ສິ​ກຳ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ນັບ​ມື້​ນັບ​ສູງ​ກ່ຽວ​ກັບ​​ອາ​ຫານກໍ່​ຄື​ແຫຼ່ງວັດ​ຖຸ​ດິບ​ຜະ​ລິດ​ຄືນ​ໃໝ່.

        ກ່ອນ​ໜ້ານັ້ນ, ທີ່​ເວ​ທີ​ປາ​ໄສ​ທົ່ວ​ໂລກ​ກ່ຽວກ​ັບ​ອາ​ຫານ ແລະ ກະ​ສິ​ກຳ (GFFA) ດຳ​ເນີນ​ໄປ​ຢູ່​​ສູນ​ຕະຫຼາດ​ນັດ ແບກ​ແລງ. ຕາມ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ ກາວ​ດຶກ​ຟາດ ແລ້ວ, ເວ​ທີ​ປາ​ໄສ GFFA ​ເນ​ັ້​ນ​ໜັກ​ອີກ​ເທື່ອ​ໜຶ່ງເຖິງບົດ​ບາດ​ພັດ​ທະ​ນາ​ກະ​ສິ​ກຳ​ເພື່ອ​ຮັບ​ປະ​ກັນ​ກ່ຽວ​ກັບ​ອາ​ຫານ, ທັນ​ຍາ​ຫານ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ.


ຂ່າວ/ບົດ​ອື່ນ