ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ47ແລະບັນດາກອງປະຊຸມກ່ຽວຂ້ອງຢ່າງຕັ້ງໜ້າ

ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ47ແລະບັນດາກອງປະຊຸມກ່ຽວຂ້ອງຢ່າງຕັ້ງໜ້າ - ảnh 1
ບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມ AEM 47(ພາບ:AFP/TTXVN)

(vovworld) - ​ ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 47 (AEM 47) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ຖືກ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 22 – 25/8/2015 ຢູ່​ນະຄອນ​ຫວງ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​ເຊຍ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ເກີ​ມຕຸ໋ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ນຳ​ໜ້າ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຫວຽດນາມ ​ເປັນ​ເຈົ້າ​ການ​ພ້ອມກັບ​ບັນດາ​ປະ​ເທດ ອາ​ຊຽນ ປຶກສາ​ຫາລື​ການກຳນົດ​ທິດ ​ເພື່ອ​ສຳ​ເລັດ​ບັນດາ​ມາດ​ຕະການ​ສ້າງ AEC ​ໃນ​ປີ 2015 ​ແລະ ​ແຜນການ​ສັງ​ລວມສ້າງ AEC ຮອດ​ປີ 2025, ສຸມ​ໃສ່​​ເນື້ອ​ໃນ​ສົ່ງ​ເສີມ ​ແລະ ຫັນ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ ​ເພື່ອ​ຫລຸດຜ່ອນ​ຄ່າ​ໃຊ້​ຈ່າ​ຍ, ຍົກ​ສູງ​ລັກສະນະ​ແກ່ງ​ແຍ້​ງ​ໃຫ້​ວິ​ສາ​ຫະກິດ. ຫວຽດນາມ ກໍ​ສືບ​ຕໍ່​ຊຸກຍູ້​ບັນດາ​ຂໍ້​ລິ​ເລິ່ມກ່ຽວ​ກັບ​ການ​ຮ່ວມ​ມື​ພາກ​ພື້ນ​ລະຫວ່າງ 4 ປະ​ເທດຄື: ກຳປູ​ເຈຍ, ລາວ, ມຽນມາ ​ແລະ ຫວຽດນາມ, ບັນດາ​ປະ​ເທດ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ ຍີ່​ປຸ່ນ. ຄຽງ​ຄູ່​ກັບ​ບັນດາ​ການ​ເຄື່ອ​ນ​ໄຫວ​ທາງ​ການ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ ຫງວຽນ​ເກີ​ມຕຸ໋ ​ໄດ້​ມີ​ການ​ພົບ​ປະ 2 ຝ່າຍ​ຢູ່ນອກກອງ​ປະຊຸມ​ກັບ​ລັດຖະມົນຕີ ​ເສດຖະກິດ ອາ​ຊຽນ ​ແລະ ລັດຖະມົນຕີ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຄື: ຍີ່ປຸ່ນ, ກຳປູ​ເຈຍ, ລາວ, ມຽນມາ…​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ກ່ຽວກັບ​ດ້ານ​ເສດຖະກິດ - ການ​ຄ້າ 2 ຝ່າຍ

ຂ່າວ/ບົດ​ອື່ນ