ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ2014

ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ2014 - ảnh 1
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເປັນປະທານຮ່ວມກອງປະຊຸມ

(vovworld) – ດ້ວຍ​ຈຳນວນ​ຜູ້​ແທນ​ກ່ວາ 1200 ຄົນ​ທີ່​ມາ​ຈາກ 81 ປະ​ເທດ, ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ 2014 ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 5/6 ຢູ່​ນະຄອນຫຼວງ ປາຣີ, ປະ​ເທດ ຝຣັ່ງ. ຄະນະ​ຜູ້​ແທນ ຫວຽດນາມ ລວມມີການ​ນຳ​ທີ່​ດີ​ເດັ່ນ 50 ຄົນ​​ໂດຍ​ທ່ານ​ນາງຮອງປະທານ​ປະ​ເທດ ຫງວຽນ​ທິຢວານ ນຳ​ໜ້າ​, ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ​ໃນ​ຖານະ​ເປັນ​ນັກ​ປາຖະກະຖາ​ຕົ້ນ​ຕໍ່, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຕີ​ລາຄາ​ສູງ​ຫົວ​ຂໍ້​ທີ່​​ປຶກສາ​ຫາລື​ຢູ່​ກອງ​ປະຊຸມ​ປີ​ນີ້, ​ເນັ້ນໜັກວ່າ: ບັນດາ​ສັງ​ຄົມ​ບໍ່​ສາມາດ​ພັດທະນາ​ແບບ​ຍືນ​ຍົງ​​ໄດ້ຖ້າ​ຫາກ​ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ ​ແລະ ບໍ່​ສາມາດ​ມີ​ຄວາມ​ສະ​ເໝີ​ພາບລະຫວ່າງ ຍິງ - ຊາຍ​ໄດ້, ​ຖ້າ​ຫາກ​ບໍ​ມີການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ສັງຄົມ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາ​ງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ກໍ່​ຊີ້​ແຈ້ງ​ບັນດາ​ຜົນງານ​ສຳຄັນ​ກ່ຽວກັບ​ການ​ພັດທະນາ​ເສດຖະກິດ, ສັງຄົມຂອງ​ຫວຽດນາມ ​ແລະ ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ແມ່ຍິງ ຫວຽດນາມ ​ເຂົ້າບັນດາ​ຜົນງານ​ດັ່ງກ່າວ, ພິ​ເສດ​ແມ່ນ​ໃນ​ວິວັດທະນາ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ສະມັດ​ຕະພາບ ​ແລະ ກຳລັງ​ແກ່ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ ຫວຽດນາມ.

        ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານນາງ​ປະທານ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ Irène Natividad, ​​ໃຫ້​ຮູ້​ວ່າ:

    “​ແຕ່​ປີ 2001, ຫວຽດນາມ ບໍ່​ພຽງ​ແຕ່​​ເຂົ້າ​ຮ່ວມລ້າໆຢູ່​ກອງ​ປະຊຸມ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ດ້ວຍ​​ຜູ້ນຳ​ວິ​ສາ​ຫະກິດ​ຫຼາຍ​ຄົນ. ​ເມື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ຄະນະ​ຜູ້​ແທນ ຫວຽດນາມ ​​ໄດ້​ສະ​ແດງ​ໃຫ້​ທົ່ວ​ໂລກ​ເຂົ້າ​ໃຈ​ໄດ້​ວ່າ: ຫວຽດນາມ ພວມ​ພັດທະນາ​ດີ​ພໍ​ສົມຄວນ ກໍ່​ຄື​ບັນລຸ​ໄດ້​ບັນດາ​ຄວາມ​ຄືບ​ໜ້າ​ໃນ​ກາ​ນຊຸກຍູ້​ບົດບາດ​ຂອງ​ແມ່ຍິງ”.

 

 


ຂ່າວ/ບົດ​ອື່ນ