ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ2017

(VOVWORLD) -ວັນທີ 11 ພຶດສະພາ ຢູ່ ໂຕກຽວ ຢູ່ ຍີ່ປຸ່ນ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງ ທົ່ວໂລກປີ 2017. 
ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ2017 - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງພົບປະກັບວິສາຫະກິດຍີ່ປຸ່ນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານປະເທດ ໄດ້ຕີລາຄາສູງບົດບາດຂອງກອງປະຊຸມສຸດຍອດແມ່ຍິງທົ່ວໂລກ, ເປັນຕົ້ນແມ່ນປຸກລຸກຄວາມສາມາດບົ່ມຊ້ອນ, ການມີຫົວຄິດປະດິດສ້າງ ແລະ ເພີ່ມທະວີການພົວພັນແລກປ່ຽນ, ເຊື່ອມຕໍ່ລະຫວ່າງນັກການເມືອງຍິງ, ນັກທຸລະກິດ. ທ່ານຮອງທານປະເທດ ເຊີດຊູບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງຫວຽດນາມ ໃນການສົ່ງເສີມບົດບາດຂອງແມ່ຍິງໃນການພັດທະນາເສດຖະກິດຂອງປະເທດຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ