ຫວຽດນາມເຂົ້າຮ່ວມກອງປະຊຸມສະພາບໍລິຫານກອງທຶນພັດທະນາກະສິກຳສາກົນ

ຫວຽດນາມເຂົ້າຮ່ວມກອງປະຊຸມສະພາບໍລິຫານກອງທຶນພັດທະນາກະສິກຳສາກົນ - ảnh 1
ປະທານ IFADກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ
(ພາບ: vietnamplus.vn)

(vovworld) - ວັນ​ທີ 22/2, ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 35 ສະພາ​ບໍລິຫານ​ກອງ​ທຶນ​ພັດທະນາ​ກະສິກຳ​ສາກົນ (ຫຼື IFAD) ດ້ວຍ​ຫົວ​ຂໍ້​ວ່າ: “ປົກ​ປັກ​ຮັກສາ​ໜ່ວຍ​ໂລກ ​ເພື່ອ​ການ​ຍືນ​ຍົງ​ຄົງ​ຕົວ​ຂອງ​ໜ່ວຍ​ໂລກ” ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ Roma ປະ​ເທດ Italia. ຄະນະຜູ້​ແທນ​ຫວຽດນາມ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເຈືອງ​ຈີ໋ຈູງ ນຳ​ໜ້າ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ IFAD Kanayo F Nwanze ຖື​ວ່າ: ການ​ພັດທະນາ​ຊົນນະບົດ​ຍາວ​ນານ ​ແມ່ນ​ຮູບ​ແບບ​ມີ​ປະສິດທິ​ຜົນ​ທີ່​ສຸດ​ເພື່ອ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼດຜ່ອນ​ຄວາມທຸກ​ຍາກ. ຕາງໜ້າ​​ໃຫ້ IFAD, ທ່ານ Nwanze ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ນຳ​ພົນລະ​ເມືອງປະມານ 90 ລ້ານ​ຄົນ​ໃນ​ທົ່ວ​ໂລກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ອຶດຫິວ, ທຸກ​ຍາກ. ນອກ​ນັ້ນ, ທ່ານ​ເນັ້ນ​ໜັກ​ເຖິງ​ບົດບາດ​ສຳຄັນ​ຂອງ​ບັນດາ​ຄອບຄົວຊາວ​ກະສິກອນ​ຜະລິດ​ດ້ວຍ​ຂອບ​ຂະໜາດ​ນ້ອຍ​ໃນ​ການ​ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕດ້ານ​ເສດຖະກິດ ​ແລະ ຄ້ຳປະກັນ​ດ້ານ​ສະບຽບອາຫານ. ຕາງໜ້າ​ໃຫ້​ປະ​ເທດ​ເຈົ້າພາບ, ທ່ານ​ນາຍົກລັດຖະມົນຕີ Italia Mario Monti ​ເນັ້ນ​ໜັກ​ເຖິງ​ສາຍ​ພົວພັນ​ລະຫວ່າງການຄ້ຳປະກັນ​ດ້ານ​ສະບຽບອາຫານ ກັບ ຄວາມສະຫງົບ​ປອດ​ໄພ​ໃນ​ທົ່ວ​ໂລກ ​ແລະ ອະນາຄົດ​ຂອງ​ໜ່ວຍ​ໂລກ, ພ້ອມ​ທັງ​ຮຽກຮ້ອງ​ຕ້ອງ​ຖືການຄ້ຳປະກັນ​ດ້ານ​ສະບຽບອາຫານ​ແມ່ນບຸລິມະສິດ​ທາງ​ການ​ເມືອງ​ຂອງ​ທຸກໆ​ປະ​ເທດ.

        ນັບ​ແຕ່​ປີ 1978 ມາ​ຮອດ​ປະຈຸ​ບັນ, IFAD ​ໄດ້​ລົງທຶນ​​ປະມານ 13,7 ຕື້ USDພາຍ​ໃຕ້​ຮູບການ​ອຸປະຖຳ ​ແລະ ​ໃຫ້ກູ້​ຢືມ​ທຶນດ້ວຍ​ອັດຕາ​ດອກ​ເບ້ຍ​ຕ່ຳ​ໃຫ້​ບັນດາ​ປະ​ເທດ​ພວມ​ພັດທະນາ ​ເພື່ອຊ່ວຍ​ປະຊາຊົນປະມານ 405 ລ້ານ​ຄົນຫຼຸດພົ້ນ​ອອກ​ຈາກ​ຄວາມ​ອຶດຫິວ, ທຸກ​ຍາກ. ຫວຽດນາມ​ ​ເປັນ​ສະມາຊິກ​ຂອງ IFAD ນັບ​ແຕ່​ປີ 1997, ປະຈຸ​ບັນ, ອົງການ​ນີ້​ມີ 167 ສະມາຊິກ.

 

ຂ່າວ/ບົດ​ອື່ນ