ຫວຽດນາມເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບການຜະລິດແລະຈຳຫນ່າຍອາຍແກັດແຫລວ ຢູ່ ຍີ່ປຸ່ນ

(VOVWORLD) -ວັນທີ 26 ກັນຍາ, ກອງປະຊຸມບັນດາປະເທດຜະລິດ ແລະຈຳຫນ່າຍອາຍແກັດສແຫລວ ໄດ້ດຳເນີນຢູ່ ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ ໂດຍມີການເຂົ້າຮ່ວມບັນດາບັນດານັກວາງແຜນນະໂຍບາຍ, ບັນດານັກຄົ້ນຄ້ວາ ແລະ ຜູ້ຕາງຫນ້າບັນດາບໍລິສັດພະລັງງານທີ່ມາຈາກ 14 ປະເທດ ຜະລິດ ແລະ 12 ປະເທດຈຳຫນ່າຍ ອາຍແກັດແຫລວ, ໃນນັ້ນ ມີຫວຽດນາມ.

ຫວຽດນາມເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບການຜະລິດແລະຈຳຫນ່າຍອາຍແກັດແຫລວ ຢູ່ ຍີ່ປຸ່ນ - ảnh 1ກອງປະຊຸມສາກົນກ່ຽວກັບການຜະລິດແລະຈຳຫນ່າຍອາຍແກັດແຫລວ ຢູ່ ຍີ່ປຸ່ນ (ພາບ: TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈີນຕວນແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໃຫ້ຮູ້ວ່າ: “ພັດທະນາຂົງເຂດ ອາຍແກັດແຫລວ ແມ່ນທ່າອ່ຽງທີ່ຈຳເປັນຂອງຫວຽດນາມ ເພື່ອແນໃສ່ຫັນແຫລ່ງເຊື້ອເພີງໃຫ້ແກ່ການປະລິດໄຟຟ້າເປັນຫລາຍຮູບແບບ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ.  ທ່ານ ເຈີນຕວນແອງໃຫ້ຮູ້ວ່າ: ລັດຖະບານຫວຽດນາມ ໄດ້ວາງອອກບັນດານະໂຍບາຍເພີ່ມທະວີການນຳໃຊ້ພະລັງງານສະອາດ ແລະ ພະລັງງານຜະລິດຄືນໃຫມ່ໃຫ້ແກ່ການພັດທະນາເສດຖະກິດ, ພິເສດ ແມ່ນການຜະລິດໄຟຟ້າ.

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ, ທ່ານ ລັດຖະມົນຕີ ເຈີນຕວນແອງ ໄດ້ມີການພົບປະກັບທ່ານລັດຖະມົນຕີເສດຖະກິດ ການຄ້າ ແລະ ການທ່ອງທ່ຽວ ຍີ່ປຸ່ນ Sugawara ແລະ ທ່ານ Hirochige Seko ເລຂານຸການໃຫຍ່ພັກ LDP ຍີ່ປຸ່ນ. ທີ່ການພົບປະ, ທ່ານລັດຖະມົນຕີ ເຈີນຕວນແອງ ປາດຖະຫນາຢາກ ຍີ່ປຸ່ນ ສືບຕໍ່ເສີມຂະຫຍາຍບົດບາດນີ້ ບໍ່ພຽງແຕ່ໃນການເຈລະຈາ RCEP ເທົ່ານັ້ນ ຫາກນັບທັງໃນການຫນູນຊ່ວຍຫວຽດນາມ ປະຕິບັດສັນຍາໃຫ້ມີປະສິດທິຜົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ