ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາ“ສາສະໜາແລະອຳນາດຕິຕິບັນຍັດ“ຢູ່ອາເມລິກາ

ຫວຽດນາມເຂົ້າຮ່ວມກອງປະຊຸມສຳມະນາ“ສາສະໜາແລະອຳນາດຕິຕິບັນຍັດ“ຢູ່ອາເມລິກາ - ảnh 1
ພາບ​ປະ​ກອບ

(vovworld) - ວັນ​ທີ 12/5 ສະຖານທູດ​ຫວຽດນາມ, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ (ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ) ມະຫາວິທະຍາ​ໄລ BYU ຂອງ​ອາ​ເມ​ລິ​ກາ ​ແລະ ສະ​ຖາ​ບັນ​ຮ່ວມ​ສຳພັນ​ທົ່ວ​ໂລກ ​ໄດ້​ສົມທົບ​ກັນ​ຈັດຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ສາສະໜາ ​ແລະ ອຳນາດ​ຕິ​ຕິ​ບັນ​ຍັດ“ ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ DC, ບັນດາ​ນັກຮຽນ​ຮູ້, ປັນຍາ​ຊົນ ​ແລະ ຜູ້​ມີ​ຍົດ​ຖາ​ບັນດາສັກ​​ໃນສາສະໜາ​ສອງ​ປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ກອງ​ປະຊຸມ​ສຳ​ມະ​ນາ, ​ເພາະວ່າ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ທາ​ບທາມ​ນະ​ໂຍບາຍ, ພິ​ເສດ​ແມ່ນ​ນະ​ໂຍບາຍ​ສາສະໜາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ໃນ​ຂົງ​ເຂດ​ສາສະໜາ, ການ​ເຫຼື້ອມ​ໄສ​ອີກ​ດ້ວຍ. ທ່ານ​ຮອງ​ຫົວໜ້າ​ກຳມາ​ທິການ​ວັດທະນະທຳ, ການ​ສຶກສາ, ຊາວ​ໜຸ່ມ, ​ເຍົາວະ​ຊົນ ​ແລະ ອະນຸຊົນ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ຈິ້ງ​ງອກ​ແທກ​ ໃຫ້​ຮູ້​ວ່າ, ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ​ນີ້, ຝ່າຍ​ອາ​ເມ​ລິ​ກາ ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບັນຫາ​ສາສະໜາ​ ​ແລະ ບັນດາ​ນະ​ໂຍບາຍ​ສາສະໜາ​ຂອງ​ຫວຽດນາມ​ ກວ່າ. ບັນດາ​ນັກຮຽນ​ຮູ້​ຫວຽດນາມ​ ກໍ່​ຊອກ​ຮູ້​ໄດ້​ຫຼາຍ​ບົດຮຽນ​ໃນ​ການ​ສ້າງ​ກົດໝາຍ, ພິ​ເສດ​ແມ່ນ​ຄວາມ​ເສລີ​ທາງ​ສາສະໜາ​ໃນ​ສັງ​ຄົມ​ໃໝ່, ສັງຄົມ​ກ້າວໜ້າ.
ຂ່າວ/ບົດ​ອື່ນ