ຫວຽດນາມເຂົ້າຮ່ວມກອງປະຊຸມເຊື່ອມຕໍ່ເສດຖະກິດເຂດຕາເວັນອອກສ່ຽງເໜືອຂອງອິນເດຍກັບອາຊຽນ

ຫວຽດນາມເຂົ້າຮ່ວມກອງປະຊຸມເຊື່ອມຕໍ່ເສດຖະກິດເຂດຕາເວັນອອກສ່ຽງເໜືອຂອງອິນເດຍກັບອາຊຽນ - ảnh 1
ພາບປະກອບ

(vovworld) – ​​ໃນ​ລະຫວ່າງ​ວັນ​ທີ 7 – 9/4, ກອງ​ປະຊຸມ​ເຊື່ອມ​ຕໍ່​ເສດຖະກິດ​​ເຂດຕາ​ເວັນ​ອອກ​ສ່ຽງ​ເໜືອຂອງ​ອິນ​ເດຍ ​ແລະ ອາ​ຊຽນ ຄັ້ງ​ທຳ​ອິດ ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ Imphal, ​ເມືອ​ງ​ເອກ​ລັດ Manipur, ນອນ​ໃນ​ເຂດ​ຕ​າ​ເວັນ​ອອກ​ສ່ຽງ​ເໜືອ ອິນ​ເດຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ​ໂຕນ​ຊີງ​ແທ່ງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​​ເດຍ ​ໄດ້​ຢັ້ງຢືນ​ວ່າ: ຫວຽດນາມ ຊົມ​ເຊີຍ ​ແລະ ຍາມ​ໃດ​ກໍ່​ສະໜັບສະໜູນ​ນະ​ໂຍບາຍ​ການ​ກະທຳ​ມຸ່ງ​​ໄປ​ສູ່​ທິດຕາ​ເວັນ​ອອກ​ຂອງ ອິນ​ເດຍ. ທ່ານ ​ໂຕນ​ຊີງ​ແທ່ງ ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຍູ້​ແຮງ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ເຊື່ອມ​ຕໍ່​ທາງບົກ, ທາງ​ລົດ​ໄຟ, ທາງ​ທະ​ເລ ​ແລະ ທາງ​ອາ​ກາດ​ລະຫວ່າງ​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ອິນ​​ເດຍ ກັບ​ບັນດາ​ປະ​ເທດ ອາ​ຊຽນ ກໍ່ຄື​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະ​ດວກ​ໃຫ​້​ແກ່​ການ​ແລກປ່ຽນ​ການ​ຄ້າ​ຢູ່​ບັນດາ​ດ່ານ​ຊາ​ຍ​ແດນ​ຢູ່​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ກັບ​ບັນດາ​ປະ​ເທດ​ອ້ອມ​ຂ້າງ. ທ່ານ​ເອກ​ອັກ​ຄະລັດຖະທູດ ​ໂຕນ​ຊີງ​ແທ່ງ ​ເຊື່ອ​ໝັ້ນ​ວ່າ: ຖ້າ​ຫາກ​ມີ​ນະ​ໂຍບາຍບຸລິມະສິດ​ທີ່​ດຶງ​ດູດ​ຕື່ມ​ອີກ, ​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ອິນ​ເດຍ ຈະ​ດຶງ​ດູດ​ການ​ລົງທຶນ ບໍ່​ພຽງ​ແຕ່​ຂອງ​ບັນດາ​ວິ​ສາ​ຫະກິດ ອິນ​ເດຍ ​ເທົ່າ​ນັ້ນ ຫາກ​ຍັງ​ບັນດາ​ວິ​ສາ​ຫະກິດ ອາ​ຊຽນອີກ​ດ້ວຍ, ນັບ​ທັງ ຫວຽດນາມ.

 


ຂ່າວ/ບົດ​ອື່ນ