ຫວຽດນາມເຂົ້າຮ່ວມກອງປະຊຸມເວທີປາໄສສະມາຊິກລັດຖະສະພາອາຊີ-ປາຊີຟິກຢູ່ເມກຊີໂກ

ຫວຽດນາມເຂົ້າຮ່ວມກອງປະຊຸມເວທີປາໄສສະມາຊິກລັດຖະສະພາອາຊີ-ປາຊີຟິກຢູ່ເມກຊີໂກ - ảnh 1
ທ່ານ ຫງວຽນແຮ້ງຟຸກ  ຫົວ​ໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ນຳ​ໜ້າຄະນະຜູ້ແທນຫວຽນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​
(ພາບປະກອບ)

(vovworld) – ​​ໃນ​ລະຫວ່າງ​ວັນ​ທີ 13 – 16/1, ຄະນະ​ຜູ້ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ແຮ້ງ​ຟຸກ, ຫົວ​ໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ນຳ​ໜ້າ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 22 ​ເວທີ​ປາ​ໄສ​ສະມາຊິກ​ລັດຖະສະພາ ອາຊີ - ປາຊີ​ຟິກ (APPF) ​ຖືກ​ຈັດ​ຂຶ້ນ​ຢູ່​ພາກ​ຕາ​ເວັນ​ຕົກ ​ເມກ​ຊີ​ໂກ. ກ່າ​ວຄຳ​ເຫັນ​ທີ່​ວາລະປະຊຸມດ້ວຍ​ຫົວ​ຂໍ້​ວ່າການ​ເມື​ອງ ​ແລະ ການ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ ຫງວຽນ​ແຮ້ງ​ຟຸກ ​ເນັ້ນ​ໜັກ​ວ່າ: ​ແຜນ​ນະ​ໂຍບາຍ​ຂອງ ຫວຽດນາມ ​ແມ່ນ​ສືບ​ຕໍ່ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ, ຢືດໝັ້ນ​ປະຕິບັດ​ແນ​ວທາງ​ການ​ຕ່າງປະ​ເທດສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ຮ່ວມ​ມື ​ແລະ ພັດທະນາ, ຫັນ​ການ​ພົວພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ຝ່າຍ, ​ເປັນ​ເພື່ອນ​ມິດ, ​ເປັນ​ຄູ່​ຮ່ວມ​ມືທີ່​ໄວ້​ເນື້ອ​ເຊື່​ອ​ໃຈ ​ແລະ ສະມາ​ຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ໂລກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ​ເພື່ອ​ປະ​ເທດ ສັງຄົມ​ນິຍົມ ຫວຽດນາມ ​ຮັ່ງມີ​ເຂັ້ມ​ແຂງ. ຕາມ​ທ່ານ ຫງວຽນ​ແຮ້ງ​ຟຸກ ​ແລ້ວ, ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ບົດບາດ ​ແລະ ພາລະ​ໜ້າ​ທີ່​ການ​ທູດ​ລັດຖະສະພາ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ວຽກ​ງານ​ການ​ຕ່າງ​ປະ​ເທດ​.​.​.​

    ​ໃນ​​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຫວຽດນາມ ພ້ອມ​ກັບ​ບັນດາ​ຜູ້​ແທນ​ສາກົນ​ປຶກສາ​ຫາລື​ຫຼາຍ​ບັນຫາ​ກ່ຽວຂ້ອງ​ເຖິງ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ເມືອງ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພັດທະນາ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ວາງ​ແຜນການ​ພັດທະນາ​ຫຼັງ​ປີ 2015.​.​.​ ຄຽງ​ຄູ່​ກັບບັນດາ​ການ​ເຄື່ອນ​ໄຫວຢ່າງ​ເປັນ​ທາງ​ການ​ແລ້ວ, ຄະນະ​ກໍ່​ສະ​ຫງວນ​ເວລາ​ພົບ​ປະ​ກັບ​ຜູ້ຕາງໜ້າ​ສະພາ​ແຫ່ງ​ຊາດ ​ເມກ​ຊີ​ໂກ ​ແລະ ຍີ່ປຸ່ນ, ​ແລກປ່ຽນ​ກ່ຽວກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ 2 ຝ່າຍ.

 

ຂ່າວ/ບົດ​ອື່ນ