ຫວຽດນາມເຂົ້າຮ່ວມການຕິດຕາມກວດການການເລືອກຕັ້ງທົ່ວປະເທດຢູ່ໂມຊຳບິກ

(VOVWORLD) -ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໂມຊຳບິກ ເລຮຸຍຮ່ວາງ ຫາກໍ່ເຂົ້າຮ່ວມພ້ອມກັບຄະນະຕິດຕາມກວດກາການເລືອກຕັ້ງຂອງຄະນະທູຕານຸທູດປະເທດປະຈຳຖິ່ນ, ປະກອບສ່ວນສຳຄັນເຂົ້າໃນການເລືອກຕັ້ງຢູ່ໂມຊຳບິກ ພວມດຳເນີນໄປຢ່າງເສລີ, ຍຸຕິທຳ.

ຫວຽດນາມເຂົ້າຮ່ວມການຕິດຕາມກວດການການເລືອກຕັ້ງທົ່ວປະເທດຢູ່ໂມຊຳບິກ - ảnh 1 ຫວຽດນາມເຂົ້າຮ່ວມການຕິດຕາມກວດການການເລືອກຕັ້ງທົ່ວປະເທດຢູ່ໂມຊຳບິກ

(ພາບປະກອບ: TTXVN)

ຕາມໝາກຜົນທີ່ຫາກໍ່ໄດ້ປະກາດໃນວັນທີ 27 ຕຸລາ ຂອງຄະນະກຳມະການເລືອກຕັ້ງແຫ່ງຊາດ ໂມຊຳບິກ (CNE) ຢ່າງເປັນທາງການແລ້ວ, ພັກແນວໂຮມປົດປ່ອຍ ໂມຊຳບິກ (Frelimo) ກຳອຳນາດ ແລະ ປະທານາທິບໍດີຄົນປະຈຸບັນທ່ານ Filipe Nyusi ຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການເລືອກຕັ້ງ.

        ໝາກຜົນໂດຍ CNE ປະກາດໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Filipe Nyusi ຍາດໄດ້ 73,4% ຈຳນວນບັດເລືອກຕັ້ງ; ຕໍ່ຈາກນັ້ນແມ່ນຜູ້ສະໝັກເລືອກຕັ້ງ Ossufo Momade - ປະທານພັກຕໍ່ຕ້ານແຫ່ງຊາດ ໂມຊຳບິກ ເຊິ່ງແມ່ນພັກຝ່າຍຄ້ານໃຫຍ່ກວ່າໝູ່, ໄດ້ຮັບບັດເລືອກຕັ້ງ 21,5%.

ຕອບກັບ

ຂ່າວ/ບົດ​ອື່ນ