ຫວຽດນາມເຂົ້າຮ່ວມການຝືກຊ້ອມກ່ຽວກັບຮັບປະກັນຄວາມປອດໄພດ້ານສ່ືສານສາກົນ

ຫວຽດນາມເຂົ້າຮ່ວມການຝືກຊ້ອມກ່ຽວກັບຮັບປະກັນຄວາມປອດໄພດ້ານສ່ືສານສາກົນ - ảnh 1
ຫວຽດນາມເຂົ້າຮ່ວມການຝືກຊ້ອມກ່ຽວກັບ
ຮັບປະກັນຄວາມປອດໄພດ້ານສ່ືສານສາກົນ
(ພາບ: pcworld)


(vovworld) – ວັນ​ທີ 28/10, ພາຍ​ໃຕ້ການ​​​ປະສານ​ງານ​ຂອງ​ສູນ​ກູ້ຊ່ວຍ​ສຸກ​ເສີ​ນ​ກອມ​ພິວ​ເຕີ​ຫວຽດນາມ, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານສື່ສານ​ສາກົນ​ຂະໜາດ​ໃຫຍ່, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 14 ປະ​ເທດ​ຄື: ອົດ​ສະ​ຕາ​ລີ, ຍີ່ປຸ່ນ, ຈີນ, ອິນ​ເດ​ຍ, ລາວ, ມາ​ເລ​ເຊຍ…  ​ບັນດາ​ທິມ​ເຂົ້າ​ຮ່ວມ​​ໄດ​້​ສຸມ​ໃສ່​ເຂົ້າ​ໃນ​ການ​ຮັບ​ມື​ກັບການບຸກ​ໂຈມ​ຕີ​ທາງ​​​ເຄື​ອຂ່າຍ​ອິນ​ເຕີ​ແນ​ດ ​ໃນ​ຕົວ​ຈິງ ​ເພື່ອ​ແນ​ໃສ່​ຍົກ​ສູງ​ທັກ​ສະ​ໃນການແກ້​ໄຂບັນດາ​ກໍ​ລະ​ນີທີ່​​ເກີດ​ຂຶ້ນ​ໃນ​ສະພາບ​ຕົວ​ຈິງ ​ແລະ ທັກ​ສະລະ​ອຽດ​ໃນ​ການ​ຜັນ​ຂະຫຍາ​ຍບັນດາ​ວຽກ​ງານສຳ​ຫຼວດ, ​​ໄຈ້​​ແຍກ, ​ແກ້​ໄຂ​​ເຫດການ​ຖືກ​ຕິດ​ໄວຣັດ. ຢູ່​ຫວຽດນາມ  ການ​ຝຶກ​ຊ້ອ​ມດັ່ງກ່າວ ​ໄດ​້ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ພາກ​ເໜືອ, ພາກ​ກາງ ​ແລະ ພາກ​ໃຕ້.

ຂ່າວ/ບົດ​ອື່ນ