ຫວຽດນາມເຂົ້າຮ່ວມການເສັງສີມືແຮງງານອາຊຽນຄັ້ງທີ10/2014

ຫວຽດນາມເຂົ້າຮ່ວມການເສັງສີມືແຮງງານອາຊຽນຄັ້ງທີ10/2014 - ảnh 1
ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ​໋ວຽນ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
(ພາບ: baodautu.vn)

 (vovworld) – ຫວຽດນາມ ເຂົ້າຮ່ວມການເສັງສີມືແຮງງານອາຊຽນຄັ້ງທີ 10/2014, ຄະ​ນະ​ຜູ້​ແທນ ຫວຽດ​ນາມ​ ມີ​ສະ​ມາ​ຊິກ​ທາງ​ການ 112 ຄົນ, ໃນ​ນັ້ນ​ມີ​ນັກ​ສອບ​ເສັງ 51 ຄົນ, ນັກ​ຽຊ່ວ​ຊ​ານ​ເຕັກ​ນິກ 33 ຄົນ​ເຊິ່ງ​ແມ່ນ​ກຳ​ມະ​ການ​​ຂອງ 25 ອາ​ຊີບ. ໃນ​ການ​ເສັງ​ຄັ້ງ​ນີ້, ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໄດ້​ຈົດ​ທະ​ບຽນ​ສອບ​ເສັງ​ທັງ​ໝົດ 25 ອາ​ຊີບ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​​ອອກ​ເດີນ​ທາງ​ໃນ​ຕອນ​ບ່າຍ​ວັນ​ທີ 17/10, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ​໋ວຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ໃຫ້​ຮູ້​ວ່າ:

        “ການ​ເສັງ​ສີ​ມື​​ແຮງ​ງານ ອາ​ຊຽນ ແມ່ນ​​ການ​ທ້າ​ທາຍຫຼາຍ​ຢ່າງ, ເຕົ້າ​ໂຮມ​ນັກ​ສອບ​ເສັງ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ເຂັ້ມ​ແຂງ​ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ ແລະ ພັດ​ທະ​ນາ​ທັກ​ສະ​ອາ​ຊີບ​ໃນ​ພາກ​ພື້ນທີ່​ສຸດ, ມີຄົນ​ງານ​ໜຸ່ມຫຼາຍ​ຄົນ​ມ​ີ​ສີ​ມື​​ດີ​ສິ່ງ​ດັ່ງ​ກ່າວ, ຮຽກ​ຮ້ອງ​ໃຫ້​​ນັກ​ສອບ​ເສັງແຕ່​ລະ​ຄົນ, ນັກ​ຊ່ຽວ​ຊ​ານ ແລະ ສະ​ມາ​ຊິກ​ທັງ​ໝົດ​ຂອງ​ຄະ​ນະ​ຕ້ອງ​ສູ້​ຊົນ​ເພື່ອ​ບັນ​ລຸ​ໄດ້​ໝາກ​ຜົນ​ສູງ​ສຸດ. ລຸ​້ນ​ໜຸ່ມ ຫວຽດ​ນາມ ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ດ້ວຍ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ຄວາມ​ສະຫຼາດ​ສະຫຼຽວ ແລະ ຄວາມ​ຕັດ​ສິນ​ໃຈ​ຂອງ​ທົ່ວ​ຄະ​ນະ​ນັ້ນ, ​ເຊື່ອ​ໝັ້ນ​ວ່າ​ພວກ​ເພື່ອນ​ຈະ​ບັນ​ລຸ​ຜົນ​ສຳ​ເລັດ.​”

        ການ​ເສັງ​ສີ​ມື​​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 10 ຖືກ​ດຳ​ເນີນ​ໄປ​ຢູ່ ຫວຽດ​ນາມ ແຕ່​ວັນ​ທີ 19 – 19/10. ມາ​ຮອດ​ຈຸດ​ເວ​ລານີ້, ວຽກ​ງານພາ​ລະ​ທິ​ການ​​, ຕ້ອນ​ຮັບບັນ​ດາ​ຜູ້​ແທນ​ສາ​ກົນ​ໄດ້​ຮັບ​ການ​​ກະກຽມ​​ຢ່າງ​ຮຽບ​ຮ້ອຍ​ໃຫ້​ແກ່​ການ​ເສັງ​ທີ່​ດຳ​ເນີນ​ໃນເວ​ລາ 11 ນີ້.



ຂ່າວ/ບົດ​ອື່ນ