ຫວຽດນາມເຂົ້າຮ່ວມງານຕະຫຼາດນັດສາກົນWorldFoodມົດສະກູປີ 2016

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດສາກົນWorldFoodມົດສະກູປີ 2016 - ảnh 1
ທ່ານ ຮ່ວາງວັນຢື ຮອງຜູ້ອຳນວຍການສູນສົ່ງເສີມການຄ້າກະສິກຳ
ຫວຽດນາມ ຕອບສຳພາດຕໍ່ນັກຂ່າວ VOV

(vovworld) – 12 ວິ​ສາ​ຫະກິດ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ສາກົນ WorldFood ມົດ​ສະ​ກູ ປີ 2016, ​ເຊິ່ງ​ແມ່ນ​ເຫດການ​ໃຫຍ່​ສຳລັບ​ຂະ​ແໜງ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ສະບຽງ​ອາຫານ ​ແລະ ​ເຄື່ອງ​ດື່ມ, ທີ່​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 12-15/9, ຢູ່​ສູນ​ວາງສະ​ແດງ Expocenter, ຢູ່​ນະຄອນຫຼວງ ມົດ​ສະ​ກູ, ສະຫະພັນ​ລັດ​ເຊຍ. ດ້ວຍ​ຫົວ​ຂໍ້​ວ່າ: “ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ - ຜະລິດ​ຕະພັນພິ​ເສດ, ສະອາດ ​ແລະ ປອດ​ໄພ“, ​ເຂດ​ຮ້ານ​ວາງສະ​ແດງ​ຂອງ ຫວຽດນາມ ດ້ວຍ​ຜະລິດ​ຕະພັນ​ຫຼາຍ​ຢ່າງ​ທີ່​ມີ​ຄຸນ​ນະພາ​ບສູງ​ເຊັ່ນ: ສິນ​ໃນ​ນ້ຳ​ແຊ​ເຢັນ, ​ເຄື່ອງ​ກະປ່ອງ, ໝາກ​ມ່ວງຫິມ​ມະ​ພານ, ​ເຂົ້າສານ, ​ເຂົ້າໜົມ, ຊາ ​ແລະ ​ເຄື່ອງ​ດື່ມ​ຈາກ​ໝາກ​ໄມ້. ທ່ານ ຮ່ວາງ​ວັນ​ຢື້, ຮອງ​ຫົວໜ້າ​ສູນ​ສົ່ງ​ເສີມ​​ການ​ຄ້າ​ກະສິກຳ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ​ໃຫ້​ຮູ້​ວ່າ, ຈຸດປະສົງ​ຂອງ​ການ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ຄັ້ງ​ນີ້ ​ແມ່ນ​ຊ່ວຍ​ວິ​ສາ​ຫະກິດ ຫວຽດນາມ​ແນະນຳ, ​ໂຄສະນາ ​ແລະ ​ເປີດ​ກວ້າງ​ຕະຫຼາດຢູ່​ລັດ​ເຊຍ ​ແລະ ບັນດາ​ປະ​ເທດ​ໃນ​ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ, ຮັກສາ​ການ​ພົວພັນ​ກັບ​ລູກ​ຄ້າ ​ແລະ ບັນດາ​ນັກ​ນຳ​ເຂົ້າ, ພັດທະນາ​ສິນຄ້າ​ສົ່ງ​ອອກ​ໃໝ່, ລົງ​ນາມ​ໃນ​ສັນຍາ​ສົ່ງ​ອອກ​ທີ່​ມີ​ມູນ​ຄ່າ, ​ໂຄສະນາ​ອາຫານ ຫວຽດນາມ ​ແລະ ບັນດາ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນຳ້, ອາຫານ​ຈາກ ຫວຽດນາມ​ຢ່າງ​ກວ້າງຂວາງ.

ຂ່າວ/ບົດ​ອື່ນ