ຫວຽດນາມເຂົ້າຮ່ວມງານບຸນອາຫານການກິນອາຊີຢູ່ປຣາຮາ

ຫວຽດນາມເຂົ້າຮ່ວມງານບຸນອາຫານການກິນອາຊີຢູ່ປຣາຮາ - ảnh 1
ງານ​ບຸນ​ອາຫານ​ການ​ກິນ ​ອາຊີ ​ຢູ່​ ປຣາຮາ


(vovworld) - ງານ​ບຸນ​ອາຫານ​ການ​ກິນ ​ອາຊີ ​ຢູ່​ ປຣາຮາຖືກ​ດຳ​ເນີນ​ໃນ​ວັນ​ທີ 10/9, ​ເຊິ່ງ​ໄດ້​ແນະນຳ​ອາຫານ​ທີ່​ເປັນ​ມູນ​ເຊື້ອ​ຫຼາຍ​ເຍື່ອງ​ຂອງ​ບັນດາ​ປະ​ເທດ ອາຊີ, ​ໃນ​ນັ້ນ​ມີ ຫວຽດນາມ. ທີ່​ງານ​ບຸນ​ປີ​ນີ້, ຫວຽດນາມ ມີ​ຮ້ານ​ແນະນຳ​ບັນດາ​ອາຫານ​ທີ່​ເປັນ​ມູນ​ເຊື້ອ 20 ຮ້ານ, ກວມ​ເກືອບ 1/3 ຈຳນວນ​ຮ້ານ​ໃນ​ເຫດການ​ນີ້. ຕາມ​ຄະນະ​ຈັດ​ຕັ້ງ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຊາວ ​ ​ເຊັກ​ໂກ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ຮູ້ຈັກ​ເຖິງສິລະ​ປະ​ອາຫານ​ການ​ກິນ ຫວຽດນາມ ​. ທ່ານ ​ໂຮ່ຫວຽດ, ພໍ່ຄົວ​ທີ່​ເຂົ້າ​ຮ່ວມ​ເຫດການ, ​ໃຫ້​ຮູ້​ວ່າ:

        “ຊາວ​ເຊັກ​ໂກ ​ແລະ ຕ່າງປະ​ເທດ​ມາ​ຮັບ​ປະທານ​ອາຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດນາມ​ເຊັ່ນ, ​ແນ​ມ, ກຸ້ຈຸບ​ແປ້ງ​ຈື່ນ, ​ເຝີ​ຊີ້ນ​ໄກ່, ຊີ້ນ​ງົວ. ​ເຂົາ​ເຈົ້າ​ຍ້ອງ​ວ່າ​ອາຫານ​ເຍື່ອງ​ນີ້​ແຊບ​ຫຼາຍ, ອາຫານ​ຂອງ​ຫວຽດນາມ​ບໍ່​ໃຊ້​ນຳ້ມັນ​ຫຼາຍ“.

        ​ເຂົ້າ​ຮ່ວມ​ງານ​ບຸນ​ອາຫານ​ການ​ກິນ​ອາຊີ​, ຢູ່ ​ເຊັກ​ໂກ, ພ້ອມ​ກັບ ຫວຽດນາມ ຍັງ​ມີ​ປ​ະ​ເທດ ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຈີນ, ​ໄທ, ມົງ​ໂກນ, ອິນ​ເດ​ຍອີກ.

ຂ່າວ/ບົດ​ອື່ນ