ຫວຽດນາມເຂົ້າຮ່ວມງານບຸນອາຫານຕາມທ້ອງຖະໜົນໃຫຍ່ສຸດຢູ່ເຊັກໂກ

ຫວຽດນາມເຂົ້າຮ່ວມງານບຸນອາຫານຕາມທ້ອງຖະໜົນໃຫຍ່ສຸດຢູ່ເຊັກໂກ - ảnh 1
(ຫວຽດນາມເຂົ້າຮ່ວມງານບຸນອາຫານຕາມທ້ອງຖະໜົນໃຫຍ່ສຸດຢູ່ເຊັກໂກ)

(vovworld) - ​​ອາຫານ​ພື້ນ​ເມືອງ​ນັບ​ຮ້ອຍ​ເຍື່ອງ​ຂອງ 30 ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ ຫວຽດນາມ ​ແມ່ນໄດ້​ແນະນຳ​ເຖິງ​ປະຊາຊົນ ສ.​ເຊັກ​ໂກ ​ແລະ ​ແຂ​ກທ່ອງ​ທ່ຽວ​ສາກົນ ຢູ່​ງານ​ບຸນອາຫານ​ຕາມ​ທ້ອງ​ຖະໜົນ​​ໃຫຍ່​ສຸດ ສ.​ເຊັກ​ໂກ ​ໃນ​ວັນ​ທີ 16/04 ຢູ່​ນະຄອນຫລວງ Praha. ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ບຸນ​ດ້ວຍ​ບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງ​ຄື: ​ເຂົ້າ​ປຸ້ນ, ​ເຟີ, ​ເຂົ້າໜົມ​ຈື່​ນ, ຊາ...​ທ່ານ​ນາງ Monika Kanakova ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ງານ​ບຸນ​ໃຫ້​ຮູ້​ວ່າ:

        “​ຂ້າພະ​ເຈົ້າ​​ເຄີຍ​ໄດ້​ກີ​ນ​ ​ແລະ ມັກ​​ບັນດາເຍື່ອງ​ອາຫານ​ຂອງ ຫວຽດນາມ ທີ່​ສຸດ, ຂ້າພະ​ເຈົ້າ ຄາດ​ຄະ​ເນ​ວ່າ ໃນ​ການ​ຈັດ​ຕັ້ງ​ງານ​ບຸນ​ຄັ້ງ​ຕໍ່​ໄປ ຈະ​ສະຫງວນ 10 – 15 ຮ້ານ ​ເພື່ອ​ແນະນຳ​ບັນ​ດາ​ເຍື່ອງ​ອາຫານ ຫວຽດນາມ ​. ຊາວ ​ເຊັກ​ໂກ ​ໄດ້​ຮູ້​ຈັກ​ອາຫານບາງ​ເຍື່ອງ​ຂອງ ຫວຽດນາມ ​ແລະ ​ເຂົາ​ເຈົ້າ ຢາກຮັບ​ປະທານ​ອາຫານ​ ຫວຽດນາມ ຫລາຍ​ເຍື່ອງ​ອີກ”

 

ຂ່າວ/ບົດ​ອື່ນ