ຫວຽດນາມເຂົ້າຮ່ວມງານມະໂຫລານ“ຊາວເອີລົບໃໝ່”ຢູ່ແບນຊິກ

ຫວຽດນາມເຂົ້າຮ່ວມງານມະໂຫລານ“ຊາວເອີລົບໃໝ່”ຢູ່ແບນຊິກ - ảnh 1
(ພາບປະກອບ:Vietnam+)

(vovworld) – ​ ວັນ​ທີ 5/6, ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ​ແບນ​ຊິກ ​ໄດ້​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ “ຊາວ​ເອີ​ລົບ​ໃໝ່”  ​ເຊິ່ງໄດ້​ຈັດ​ຕັ້ງຢູ່ຈັດ​ຕຸ​ລັດລັດຖະສະພາ ​ເອີ​ລົບ ຢູ່​ບຣຸກແຊນ ​​. ນີ້​ແມ່ນ​ເຫດການ​ໂດຍ “​ພັນທະ​ມິດ​ການ​ຄ້າ​ເອີ​ລົບ​ໃໝ່” ຈັດຕັ້ງ ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວ​ເຂົ້າ​ອາ​ໄສ​ຢູ່ ​ເອີ​ລົບ ​ແລະ ​ແນະນຳ ກ່ຽວ​ກັບ​​ວັດທະ​ນຳ​ທີ່ຫຼາຍ​ຮູບ​ຫຼາຍ​ແບບຂອງ​ບັນດາ​ປະຊາ​ຄົມ​ພົນລະ​ເມືອ​ງທີ່ດຳລົງ​ຊີວິດ​ຢູ່ ​ເອີ​ລົບ. ຈຸດ​ພົ້ນ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ຂອງ ຫວຽດນາມ ຢູ່​ເຫດການ​ນີ້​ແມ່ນ ລາຍການ​ສິລະ​ປະ ​ໂດຍ​ບັນດາ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລຸ້ນທີ 2 ຢູ່ ​ແບນ​ຊິກ ສະ​ແດງ. ຮ້ານ​ວາງສະ​ແດງຂອງ ຫວຽດນາມ ​ໄດ້​​ແນະນຳ​ບັນດາ​ຜະລິດ​ຕະພັນ​ໂຄສະນາການ​ທ່ອງ​ທ່ຽວ ດ້ວຍ​ທັດສະນີ​ຍະ​ພາບ​​ທີ່​ມີ​ຊື່​ສຽງຫຼາຍ​ແຫ່ງ ​ຄື: ອ່າວ ຮ້າ​ລອງ, ຖ້ຳ ຟອງ​ຍາ-​ແກ​ບ່າງ, ​ເຂດ​ປູຊະນີຍະສະຖານ ​ເຫ້ວ,  ຄຸ້ມ​ເມືອງ​ເກົ່າ ​ໂຮ້ຍອານ….ພິ​ເສດ​ແມ່ນ​ແຂກ​ທ່ອງ​ທ່ຽວນີ້​ຍົມ​ອາຫານ ຫວຽດນາມ ທີ່​ສຸດ.
ຂ່າວ/ບົດ​ອື່ນ