ຫວຽດນາມເຂົ້າຮ່ວມງານວາງສະແດງ ສິນໃນນ້ຳໃຫຍ່ທີ່ສຸດຢູ່ ອາເມລິກາ ເໜືອ

ຫວຽດນາມເຂົ້າຮ່ວມງານວາງສະແດງ ສິນໃນນ້ຳໃຫຍ່ທີ່ສຸດຢູ່ ອາເມລິກາ ເໜືອ - ảnh 1
ວິສາຫະກິດ ຫວຽດນາມ ພົບປະກັບຄູ່ຮ່ວມມື ອາເມລິກາ

(vovworld) - ງານ​ວາງສະ​ແດງ​ສິນ​ໃນ​ນ້ຳ ດ້ວຍ​ຂອບ​ຂະໜາດ​ໃຫຍ່​ທີ່​ສຸດ​ຢູ່ເຂດ ອາ​ເມ​ລິ​ກາ ​ເໜືອ (ຫຼື International Boston Seafood Show) ຫາ​ກໍ່​ໄຂ​ຂຶ້ນ​ຢູ່​ນະຄອນ Boston, ປະ​ເທດ ອາ​ເມ​ລິ​ກາ, ອັນ​ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ 1000 ​ແຫ່ງ ທີ່​ມາ​ຈາກ 40 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ເຂົ້າ​ຮ່ວມ. ທີ່​ງານ​ວາງສະ​ແດງ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໄດ້​ສຸມ​​ໃສ່​ແນະນຳ​ບັນດາ​ປະ​ເພດ​ສິນຄ້າ​ທີ່​ເປັນ​ມູນ​ເຊື້ອ​ຄື: ປາຈາ ​ແລະ ປາ​ບາ​ຊາ ​ເພື່ອ​ແນ​ໃສ່​ຮັກສາ ​ແລະ ​ເປີດ​ກ້ວາງ​ຕະຫຼາດ​ສົ່ງ​ອອກ. ທ່ານ ​ເຈືອງ​ດິ່ງ​ເຮ້ວ (Truong Dinh Hoe), ​ເລຂາທິການ​ໃຫຍ່ສະຫະພັນສິນໃນນ້ຳ ຫວຽດນາມ (ຫຼື VASEP) ​ໃຫ້​ຮູ້​ວ່າ:

“ຈຸດໝາຍ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ແນະນຳ​​ໃຫ​້ບັນ​ດາ​ນັກ​ນຳ​ເຂົ້າ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທີ່ນັບ​ມື້​ນັບ​​ໄດ້​ຮັບ​ການພັດທະນາ​ໃນ​ວິວັດ​ແຫ່ງ​ການ​​ຢັ້ງຢືນຂອງ​ສາກົນ ​ແລະ ລະບົບ ​ຕິດຕາມ​ກວດກາ​ວິວັດ​ການ​ຜະລິດ, ​ເພື່ອ​ແນ​ໃສ່​ສ້າງຜະລິດ​ຕະພັນ​ທີ່ມີ​ຄວາມ​ສາມາດ​ນຳເຂົ້າ​ຕະຫຼາດ​ໃຫຍ່​ກ່ວາ ​ແລະ ມີ​ຄຸນ​ນະພາ​ບສູງ​ກ່ວາ. ພາຍຫຼັງ​ງານ​ຕະຫຼາດນັດ, ບັນດາ​ວິ​ສະ​ຫະກິດ ຈະ​ມີ​ການ​ຢ້ຽມຢາມ​ບັນດາ​ລູກ​ຄ້າ ​ເພື່ອ​ສ້າງ​ການ​ພົວພັນ, ກໍ່​ຄືຊອກ​ຫາ​ກາ​ລະ​ໂອກາດ​ເປີດ​ກ້ວາງ​ການ​ເຄື​່ອນ​ໄຫວ​ສົ່ງ​ອອກ”

        ປີ 2012, ອາ​ເມ​ລິ​ກາ ກາຍ​ເປັນ​ຕະຫຼາດ​ນຳ​ເຂົ້າ​ສິນ​ໃນ​ນ້ຳ​ໃຫຍ່​ທີ່​ສຸດ​ຂອງ ຫວຽດນາມ ດ້ວຍ​ຍອດ​ວົງ​ເງິນ​ເກືອບ 1,2 ຕື້ USD, ກວມ​ກ່ວາ 40% ຍອດ​ຈຳນວນ​ສິນ​ໃນ​ນ້ຳ​ສົ່ງ​ອອກ​ຂອງ ຫວຽດນາມ ​ໃນ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ