ຫວຽດນາມເຂົ້າຮ່ວມງານວາງສະແດງທ່ອງທ່ຽວOttawa2017

 ຫວຽດນາມເຂົ້າຮ່ວມງານວາງສະແດງທ່ອງທ່ຽວOttawa2017 - ảnh 1
ຮ້ານ​ວາງ​ສະ​ແດງ​ທ່ອງ​ທ່ຽວ​ຫວຽດ​ນາມ
ພາບ:baomoi.com

(vovworld)- ໃນ​ວັນ​ທີ 25 -26/3, ງານ​ວາງ​ສະ​ແດງ​ທ່ອງ​ທ່ຽວ ແລະ ພັ​ກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ  Ottawa ຄັ້ງ​ທີ 23 ໄດ້​ໄຂ​ຂຶ້ນ​ຢູ່​ສູນກອງ​ປະ​ຊຸມ Shaw ນະ​ຄອນ​ຫລວງ Ottawa ປະ​ເທດ ກາ​ນາ​ດາ. ງານ​ວາງ​ສະ​ແດງ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ງານ​ຕະ​ຫລາດ​ນັດ​ທ່ອງ​ທ່ຽວ​ປະ​ຈຳ​ປີ​ຢູ່ ພາກ​ພື້ນ ອາ​ເມ​ລິ​ກາ​ເຫນືອ ແລະ ມີ​ຂອບ​ຂະ​ຫນາດ​ໃຫຍ່​ສຸດ​ຢູ່ ກາ​ນາ​ດາ. ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ແມ່ນ​ເຫດ​ການ​ວັດ​ທະ​ນະ​ທຳ​ເພື່ອ​ໂຄ​ສະ​ນາ ແລະ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ແລະ ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ຊອກ​ຮູ້ ແລະ ເລືອກ​ເຟັ້ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃຫ້​ເໝາະ​ສົມ​. ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກາ​ນາ​ດາ ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ເພື່ອ​ໂຄ​ສະ​ນາ​ກ່ຽວ​ກັບ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ. ຕາມ​ການ​ສະ​ຖິ​ຕິ, ແຕ່​ລະ​ປີ ມີ​ປະ​ຊາ​ຊົນ​ກາ​ນາ​ດາ​ປະ​ມານ 100.000 ຄົນ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ. ບັນ​ດາ​ການ​ເຄື່ອນ​ໄຫວ​ຄື​ດັ່ງ​ກ່າວ​ຈະ​ປະ​ກອບ​ສ່ວນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ກາ​ນາ​ດາ​ເວົ້າ​ສະ​ເພາະ ແລະ ອາ​ເມ​ລິ​ກາ​ເຫນືອ​ເວົ້າ​ລວມ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ