ຫວຽດນາມເຂົ້າຮ່ວມຊຸດຝຶກອົບຮົມ ການນໍາໃຊ້ອຸປະກອນຊ່າງແສງປະເພດໜັກ ປີ 2018

(VOVWORLD) -ເລື່ອງຫວຽດນາມເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ ແມ່ນ ບາດກ້າວບຸກທະລຸ ເພື່ອແນໃສ່ປະຕິບັດແນວທາງການພົວພັນຕ່າງປະເທດຂອງປະເທດ, ສ້າງຂີດໝາຍແຫ່ງການປ່ຽນແປງທັງດ້ານຄຸນນະພາບ ແລະ ປະລິມານໃນການເຄື່ອນໄຫວການຮ່ວມມືຫຼາຍຝ່າຍເວົ້າລວມ, ກໍຄື ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເວົ້າສະເພາະ.
ຫວຽດນາມເຂົ້າຮ່ວມຊຸດຝຶກອົບຮົມ ການນໍາໃຊ້ອຸປະກອນຊ່າງແສງປະເພດໜັກ ປີ 2018 - ảnh 1

ວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ ຫວຽດນາມ) ຈັດພິທີໄຂຊຸດຝຶກອົບຮົມການນໍາໃຊ້ອຸປະກອນຊ່າງແສງປະເພດໜັກ ປີ 2018 ໃນຂອບເຂດລາຍການຄູ່ຮ່ວມມືສາມຝ່າຍ (TPP – Triangular Partership Project). ຊຸດຝຶກອົບຮົມມີການເຂົ້າຮ່ວມຂອງສໍາມະນາກອນ 16 ຄົນ ທີ່ມາຈາກ ບູຖານ, ກໍາປູເຈຍ, ຟີຈິ, ອິນໂດເນເຊຍ, ມຽນມາ, ເນປານ, ຕີມໍ ຕາເວັນອອກ, ສິງກະໂປ, ຫວຽດນາມ ໂດຍພາຍໃຕ້ການແນະນໍາ, ການຝຶກອົບຮົມຂອງນັກຊ່ຽວຊານຍີ່ປຸ່ນ 20 ຄົນ ທີ່ມີຄວາມຊໍານານງານກ່ຽວກັບຊ່າງແສງຍີ່ປຸ່ນ. ຊຸດຝຶກອົບຮົມຈະປະກອບຄວາມຮູ້, ເຕັກນິກ, ປະຕິບັດບັນດາທັກສະນໍາໃຊ້ອຸປະກອນ ຍານພາຫະນະ ຊ່າງແສງປະເພດໜັກ ຄື ລົດດຸດ, ລົດຈົກ, ລົດກວາດ, ລົດແກ່... ເຂົ້າປະຕິບັດຕົວຈິງບັນດາໜ້າທີ່ຂອງກົມກອງຊ່າງແສງ ຢູ່ຄະນະຜູ້ຕາງໜ້າຮັກສາສັນຕິພາບ ສປຊ.

        ເລື່ອງຫວຽດນາມເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ ແມ່ນ ບາດກ້າວບຸກທະລຸ ເພື່ອແນໃສ່ປະຕິບັດແນວທາງການພົວພັນຕ່າງປະເທດຂອງປະເທດ, ສ້າງຂີດໝາຍແຫ່ງການປ່ຽນແປງທັງດ້ານຄຸນນະພາບ ແລະ ປະລິມານໃນການເຄື່ອນໄຫວການຮ່ວມມືຫຼາຍຝ່າຍເວົ້າລວມ, ກໍຄື ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເວົ້າສະເພາະ.


ຕອບກັບ

ຂ່າວ/ບົດ​ອື່ນ