ຫວຽດນາມເຂົ້າຮ່ວມປຶກສາຫາລືທີ່ສະຫະປະຊາຊາດ

ຫວຽດນາມເຂົ້າຮ່ວມປຶກສາຫາລືທີ່ສະຫະປະຊາຊາດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ
ພາບ:internet

(vovworld)- ກ່າວ​ຄ​ຳ​ເຫັນ​ທີ່​ບັນດາ​ເວທີ​ປາ​ໄສ​ຂອງ​ຄະນະ​ກຳມະການ​ກ່ຽວ​ກັບ​ບັນຫາ​ວັດທະນະທຳ, ສັງຄົມ ​ແລະ ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ ຊື່​ງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 7 ​ແລະ 8/10, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ, ຫົວຫນ້າ​ຄະນະ​ຜູ້​ແທນ​ ຫວຽດນາມ ຢູ່ ສປຊ ​ໄດ້​ເນັ້ນ​ຫນັກ​ວ່າ: ​ໃນ​ສະພາບໃກ້​ຈະ​ຮອດກຳນົດ​ເວລາ​ສຳ​ເ​ລັດ​ບັນດາ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ​ ​ແລະ ປະຊາ​ຄົມ​ໂລກ​ພວມ​ໃນ​ວິວັດ​ການ​ສ້າງ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ຫລັງ​ປີ 2015, ​ເລື່ອງ​ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ບັນຫາ​ຫວ່າງ​ງານ, ສະພາບ​ຂາດຄວາມ​ສະ​ເຫ​ມີພາບ​​ໃນ​ສັງຄົມ, ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ອຸປະ​ກະ​ລະ​ສັງຄົມ​ນັບ​ມື້​ນັບ​ມີ​ຄວາມຈຳ​ເປັນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮ່ວາຍ​ຈູງ ກໍ​ຍົກ​ໃຫ້​ເຫັນ​ບັນດາ​ຜົນງານ​ຊື່​ງຫວຽດນາມ​ບັນລຸ​ໄດ້​ໃນ​ການ​ຊຸກຍູ້ ​ແລະ ຮັບປະກັນ​ສິດ​ຂອງ​ຄົນ​ພິການ, ຜູ້​ອາຍຸ​ສູງ ​ແລະ ບັນດາ​ຄວາມ​ມານະ​ພະຍາຍາມ​ສ້າງ​ວຽ​ກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ຫນຸ່ມ.  ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮ່ວາຍ​ຈູງ ກໍ​ໄດ້ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ​ໃນ​ການ​ຮ່ວມ​ມື​ກັບ​ປະຊາ​ຄົມ​ສາກົນ ປະຕິບັດ​ຖະ​ແຫລ​ງການ ​ແລະ ​ໂຄງການ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ພັດທະນາ​ສັງຄົມ​ປີ 1995 ຢູ່ Copenhagen ປະ​ເທດດານ​ມາກ ຢ່າງຄົບ​ຖ້ວນ. ທີ່​ວາລະ​ປຶກ​ສາ​ຫາລື, ບັນດາ​ປະ​ເທດ​ກໍ​ເນັ້ນ​ຫນັກ​ເຖິງ​ບົດບາດ​ທີ່ຂາດ​ບໍ່​ໄດ້​ຂອງບັນດາ​ໂຄງການ​ຮ່ວມ​ມື​ສາກົນ​ຄື: ການ​ຮ່ວມ​ມື Nam - Nam, ການ​ຮ່ວມ​ມື​ສາມ​ຝ່າຍ, ຮຽກຮ້ອງ​ບັນດາ​ປະ​ເທດ​ເພີ່ມ​ທະວີ​ມາດ​ຕະການ​ຕ່າງໆ​ເພື່ອ​ຫນູນ​ຊ່ວຍ​ບັນດາ​ປະ​ເທດພວມ​ພັດທະນາ.

ຂ່າວ/ບົດ​ອື່ນ