ຫວຽດນາມເຂົ້າຮ່ວມລາຍການຄວາມປອດໄພສາທາລະນະສຸກທົ່ວໂລກ

ຫວຽດນາມເຂົ້າຮ່ວມລາຍການຄວາມປອດໄພສາທາລະນະສຸກທົ່ວໂລກ - ảnh 1
ບັນດາຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ
ພາບ:nhandan.com.vn

(vovworld)-  ວັນ​ທີ 13/2, ຢູ່ ວິ​ຊິງ​ຕັນ ດີ​ຊີ ​ໄຂ​ກອງ​ປະຊຸມ​ລາຍການ​ຄວາມ​ປອດ​ໄພ​ສາທາລະນະ​ສຸກ​ທົ່ວ​ໂລກ ​ໂດຍ ອາ​ເມ​ລິ​ກາ ​ເປັນ​ຜູ້ລິ​ເລີ່​ມ ​ເພື່ອ​ສ້າງ​ໂລກ​ປອດ​​ໄພ​ກວ່າ​ຕໍ່ຫນ້າ​ຄວາມ​ສ່ຽງ​ຂອງໂລກລະບາດ ​ແລະ ພະຍາດ​ຕິດ​​​ແປດ​ກໍ່​ຂຶ້ນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ຜູ້ຕາງຫນ້າ​ອົງກາ​ນຈັດ​ຕັ້ງ​ສາກົນ​ຈຳນວນ​ຫນຶ່ງ ​ແລະ 27 ປະ​ເທດ, ​ໃນ​ນັ້ນ ມີ​ຫວຽດນາມ ​ແລະ Uganda ຊື່​ງ​ແມ່ນ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຄັດ​ເລືອກ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ທົດ​ລອງ​ໃນ​ຂອບ​ເຂດ​ລາຍການ. ຕາ​ມນັ້ນ​ແລ້ວ, ​ໃນ​ສອງ​ປີ 2013-2014, ສູນ​ກວດກາ ​ແລະ ປ້ອງກັນ​ໂລກລະບາດ ອາ​ເມ​ລິ​ກາ ຫນູນ​ຊ່ວຍ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ວິ​ໄຈ​ບັນດາ​ພະຍາດໂລກລະບາດທີ່​ອັນຕະລາຍ​ຢູ່ ສະ​ຖາ​ບັນ​ອະນາ​ໄມ​ແລະ​ກັນ​ໂລກລະບາດ​ສູນ​ກາງ ​ແລະ ສະ​ຖາ​ບັນ Pasteur ນະຄອນ ​ໂຮ່ຈິ​ມີນ.

ຂ່າວ/ບົດ​ອື່ນ