ຫວຽດ​ນ​າມ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ທົ່ວ​ໂລກ​ກ່ຽວ​ກັບຊາວ​ລີ້​ໄພ

(VOVWORLD) - ເວທີປາໄສທົ່ວໂລກກ່ຽວກັບຊາວລີ້ໄພຄັ້ງທີ 1 ໄດ້ດຳເນີນຢູ່ ເຊີແນວ ປະເທດສະວິດ ໃນລະຫວ່າງວັນທີ 17 – 18 ທັນວາ . ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ເຢືອງຈີ້ຢຸງ ເອກອັກຄະລັດຖະທູດ,ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳເຊີແນວເປັນຫົວໜ້າຄະນະ.

ຫວຽດ​ນ​າມ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ທົ່ວ​ໂລກ​ກ່ຽວ​ກັບຊາວ​ລີ້​ໄພ - ảnh 1ທ່ານ ເຢືອງຈີ້ຢຸງ ເອກອັກຄະລັດຖະທູດ,ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳເຊີແນວ

(ພາບ: TTXVN)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເຢືອງຈີ້ຢຸງ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຄວາມຮັບຜິດຊອບຕໍ່ການເຄື່ອນໄຫວຂອງ ເວທີປາໄສ, ພິເສດ ແມ່ນປະທານ ອາຊຽນ ໃນປີ2020 ແລະ ເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ເພື່ອແກ້ໄຂບັນຫາຕ່າງໆ, ບັນດາປະເທດຄວນສືບຕໍ່ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປະຕິບັດບັນດາວິທີການແກ້ໄຂລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຮັກສາການເຕີບໂຕດ້ານເສດຖະກິດໃຫ້ຍືນຍົງ, ສະກັດກັ້ນການປະທະກັນ, ເພີ່ມທະວີການສົນທະນາ ໃຫ້ເປັນຢ່າງດີ. ປະຊາຄົມສາກົນຄວນຊຸກຍູ້ຜັນຂະຫຍາຍໃນຕົວຈິງ ບັນດາກົນໄກແບ່ງປັນຂໍ້ຫຍຸ້ງຍາກ ແລະ ຄວາມຮັບຜິດຊອບ, ຜັນຂະຫຍາຍຂໍ້ຕົກລົງດ້ວຍຄວາມສະໝັກໃຈ ແລະ ອີງຕາມກຳລັງຄວາມສາມາດບົ່ມຊ້ອນ, ເງື່ອນໄຂຂອງແຕ່ລະປະເທດ, ພ້ອມກັນນັ້ນ ການອອກຂໍ້ກຳນົດລີ້ໄພຕ້ອງຮັບປະກັນລັກສະນະໂປ່ງໃສ, ຈຳແນກຢ່າງຈະແຈ້ງ ລະຫວ່າງ ຊາວລີ້ໄພ ແລະ ຜູ້ອົບພະຍົບແບບຜິດກົດໝາຍເພື່ອເປົ້າໝາຍເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ