ຫວຽດນາມເຂົ້າຮ່ວມເວທີປາໄສໃຊ້ພາສາຝລັ່ງທົ່ວໂລກຄັ້ງທີ2ຢູ່ແບນຊິກ

ຫວຽດນາມເຂົ້າຮ່ວມເວທີປາໄສໃຊ້ພາສາຝລັ່ງທົ່ວໂລກຄັ້ງທີ2ຢູ່ແບນຊິກ - ảnh 1
(ພາບປະກອບ)

​​(vovworld) - ​ເວທີ​ປາ​ໄສ​ໃຊ້ພາສາ​ຝລັ່ງ ທົ່ວ​ໂລກ​ຄັ້ງ​ທີ 2 ຖືກດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 20 – 23/07, ຢູ່​ນະຄອນ Liege, ປະ​ເທດ​ແບນ​ຊິກ, ​ໄດ້​ເຕົ້າ​ໂຮມ​ຜູ້​ແທນ​ 1.500 ​ຄົນເຊິ່ງ​ເປັນ​ຄູ​ສອນ, ນັກ​ສຶກສາ​ຮຽນ​ພາພາ​ຝລັ່ງ ໃນ​ທົ່ວ​ໂລກ. ດ້ວຍ​ຫົວ​ຂໍ້ “ຈົ່ງ​ມີ​ຫົວຄິດ​ປະດິດ​ສ້າງ”, ​ເຫດການ​ໂດຍ​ອົງການ​ຈັດ​ຕັ້ງ​ສາກົນ​ໃຊ້​ພາສາ​ຝລັ່ງ (OIF) ​ແລະ​ອຳນາດ​ການ​ປົກຄອງ​ເຂດ Wallonie – Brussels ຈັດ​ຕັ້ງ, ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ໂຄງການ​ໃຊ້​ພາສາ​ຝລັ່ງ ຢ່າງມີ​ຫົວຄິດ​ປະດິດ​ສ້າງ. ກ່າວ​ຄຳ​ເຫັນ​​ໄຂ​ເວທີ​ປາ​ໄສ, ທ່ານ​ເລຂາທິການ​ໃຫຍ່ OIF, Michaelle Jean ​ເນັ້ນ​ໜັກ​ວ່າ, ​ເຫດການ​ແມ່ນ​ໂອກາດ​​ເພື່ອເຊີດ​ຊູ​ບັນດາ​ຄຸນຄ່າ​ຂອງ​ພາສາ​ຝລັ່ງ ດ້ວຍ “​ຫົວຄິດ​ປະດິດ​ສ້າງ, ປ່ຽນ​ໃໝ່ ​ແລະ ຂໍ້​ລິ​ເລີ່ມ”, ພ້ອມ​ທັງ​ຮຽກ​ຮ້ອງ​​ໃຫ້ປະຊາ​ຄົມ​ໃຊ​້ພາສາ​ຝລັ່ງ ຈົ່ງຍົກ​ສູງ​ບົດບາດ​ຂອງ​ການ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ຍຸກ​ປະ​ຈຸບັນ.

      ​ເວທີ​ປາ​ໄສ​ໃຊ້​ພາສາ​ຝລັ່ງທົ່ວ​​ໂລກ​ປີ 2015, ​ໄດ້​ໂຄສະນາ 130 ​ໂຄງການ​ມີ​ຫົວຄິດ​ປະດິ​ດສ້າງ ​ແລະ ​​ເກືອບ 100 ​ເຫດ​ການ​ທີ່​ກ່ຽວຂ້ອງເຖິງ 5 ຂົງ​ເຂດຄື: ການ​ສຶກສາ, ​ເສດຖະກິດ, ວັດ​ທະ​ນະ​ທຳ ​ແລະ ອຸດສາຫະກຳ​ວັດທະນະທຳ, ພາສາ​ຝລັ່ງ ​ແລະ ການມີ​ຫົວຄິດ​ປະດິ​ດສ້າງ, ສິດ​ຂອງ​ພົນລະ​ເມືອງ. ຄະນະ​ຜູ້​ແທນ​ຫວຽດນາມ ລວມມີ​ບັນດາ​ຄູ​ສອນ​ໜຸ່ມ ​ແລະ ນັກ​ສຶກສາ​ທີ່​ມາ​ຈາກ​ບັນດາ​ມະຫາວິທະຍາ​​​ໄລ​ຢູ່​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ, ດ່າ​ໜັງ, ​ເກີນ​ເທີ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ດ້ວຍ​ໂຄງການ “ຈຸດ​ນັດ​ພົບ​ໃຊ້​ພາສາ​ຝລັ່ງ”. ​ໂຄງການ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ສ້າງ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ດ້ວຍ​ພາສາ​ຝລັ່ງ ​ເພື່ອ​ໂຄສະນາ​ນະຄອນ​ດ່າໜັງ ​ເຖິງ​ເພື່ອ​ນມິດສາ​ກົນ.

ຂ່າວ/ບົດ​ອື່ນ