ຫວຽດນາມເດັດດ່ຽວຮຽກຮ້ອງຈີນຖອນເຮືອບິນສູ້ຮົບອອກຈາກໝູ່ເກາະຮວ່າງຊາ

ຫວຽດນາມເດັດດ່ຽວຮຽກຮ້ອງຈີນຖອນເຮືອບິນສູ້ຮົບອອກຈາກໝູ່ເກາະຮວ່າງຊາ - ảnh 1
(ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ)

(vovworld) - ຕ​ອນ​ບ່າຍ​ວັນ​ທີ 14/04, ຢູ່​ຮ່າ​ໂນ້ຍ, ໃນ​ການ​ປະ​ຊຸມ​ຂ່າວ​ນັດ​ສາ​ມັນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ ໃຫ້​ຮູ້​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນ​າມ ຕໍ່​ໜ້າແຫຼ່ງ​ຂ່າວ​​ເຊິ່ງ​ສື່ມວນ​ຊົນ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ຈີນ ໄດ້​ຜັນ​ຍະ​ຫຍາຍ​ເຮືອ​ບິນ​ສູ້​ຮົບ 16 ລຳ ເຖິງ​ໝູ່​ເກາະ​ຮ່​ວາງ​ຊາ.

        “ພວກ​ຂ້າ​ພະ​ເຈ​ົ້າ​ຢືນ​ຢັນອີກ​ຄັ້ງ​ໜຶ່ງ​ກ່ຽວ​ກັບ​ອ​ະ​ທິ​ປະ​ໄຕ​ທີ່ບໍ່​​ສາ​ມາດ​ປະ​ຕິ​ເສດ​ໄດ້​ຂອງ​ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ເລື່ອງ​ຈີນ ສົ່ງ​ເຮືອ​ບິນ​ສູ້​ຮົບ​ເຖິງ​ເຂດ​ໝູ່​ເກາະ​ຮ່​ວາງ​ຊາ ຂອງ​ຫວຽດ​ນາມ ແມ່ນ​ການ​ກະ​ທຳ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ຢ່າງ​ຮ້າຍ​ແຮງ, ນາບ​ຂູ່​ໂດຍ​ກົງ​ເຖິງ​ສັນ​ຕິ​ພາບ ແລະ ຄວາ​ມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ. ຫວຽດ​ນາມ ເດັດ​ດ່ຽວ​​ຄັດ​ຄ້ານ ແລະ ຮຽກ​ຮ້ອງ​ຈີນ ຢຸດ​ຕິ​​ການ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ຢູ່​ໝູ່​ເກາະ​ຮ່​ວາງ​ຊາ ໂດຍ​ທັນ​ທີ, ​ຖອນບັນ​ດາ​ເຮືອ​ບິນ​ສູ້​ຮົບ​ອອກ​ຈາກ​ເຂດ ແລະ ບໍ່​ປະ​ໃຫ້​ເກີດ​ບັນ​ດາ​ການ​ກະ​ທຳ​ທີ່​ຄ້າຍ​ຄື​ກັນ. ເປັນ​​ສະ​ມາ​ຊິກ​ປະ​ຈຳ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ແລະ ແມ່ນ​ປະ​ເທດ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ພາກ​ພື້ນ, ຈີນ ຕ້ອງມີ​ການ​ກະ​ທຳ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮັກ​ສາ​ສັນ​​ຕິພາບ, ສະ​ຖຽ​ນ​ລະ​ພາບ​ຢູ່​ພາກ​ພື້ນ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ໂດຍ​ສະ​ເພາະ​ແມ່ນ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ແລະ ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)”.

        ກໍ​ທີ່ກອງ​ປະ​ຊຸມ​ຂ່າວ, ເມື່ອ​ຕອບ​​ຄຳ​ຖາມຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ຕໍ​່​ຖະ​ແຫຼງ​ການ​ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 7 ປະ​ເທດ​ອຸດ​ສາ​ຫະ​ກຳ​ແຖວ​ໜ້າ​ໂລກ (ຈີ 7) ທີ່​ຫາກ​ໍ​​ຖືກດຳ​ເນີນ​ຢູ່​ຍີ່​ປຸ່​ນ ທີ່​ເຕື້ອງ​ເຖິງ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິງ ຢືນ​ຢັນ​ວ່າ.

        “ຫວຽດ​ນາມ ຊົມ​ເຊີຍ​ຖະ​ແຫຼງ​ການ​ຂອງກອງ​ປະ​ຊຸມ ຈີ 7 ກ່ຽວ​ກັບ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທະ​ເລ ຕາມ​ຄາດ​ໝາຍ​ລວມ​ແມ່ນ​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ​ຄວາມເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ, ​​ຄວາມ​ໝັ້ນ​ຄົງທາງ​ທະ​ເລ ແລະ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​ໃນ​ນັ້ນ​ມີສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ຕ້ອງ​ມີ​ການ​ປະ​ກອ​ບ​ສ່ວນ​ຢ່າງ​ແທ້​ຈິງ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ເຄົາ​ລົບ​ກົດ​ໝາຍ​ຢູ່​ບັນ​ດາ​ເຂດ​ທະ​ເລ ແລະ ມະ​ຫາ​ສະ​ມຸດ”.

ຂ່າວ/ບົດ​ອື່ນ