ຫວຽດນາມເນັ້ນໜັກວ່າUNCLOSແມ່ນພື້ນຖານດ້ານນິຕິກຳເພື່ອປະຕິບັດຄາດໝາຍນຳໃຊ້ບັນດາມະຫາສະມຸດແບບຍືນຍົງ

(VOVWORLD) -ວັນທີ 07 ມິຖຸນາ, ໃນເວລາປະຊຸມຂອງກອງປະຊຸມມະຫາສະມຸດ ໂດຍສະຫະປະຊາຊາດຈັດຕັ້ງ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ດັ້ງດິ່ງກຸຍ ໄດ້ມີບົດກ່າວປາໄສສະແດງຄວາມເຫັນດີຕໍ່ແຜນຮ່າງ “ຮຽກຮ້ອງການກະທຳ” ດ້ວຍຫົວຂໍ້ວ່າ “ມະຫາສະມຸດຂອງພວກເຮົາ, ອະນາຄົດຂອງພວກເຮົາ” ຂອງສະຫະປະຊາຊາດ
ຫວຽດນາມເນັ້ນໜັກວ່າUNCLOSແມ່ນພື້ນຖານດ້ານນິຕິກຳເພື່ອປະຕິບັດຄາດໝາຍນຳໃຊ້ບັນດາມະຫາສະມຸດແບບຍືນຍົງ - ảnh 1 (ພາບປະກອບ: AFP/TTXVN)

ພ້ອມທັງຢືນຢັນວ່າ, ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມຢ່າງແຮງຂອງສາກົນ ເພື່ອແນໃສ່ປະຕິບັດຄາດໝາຍທີ 14 ກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ບັນດາມະຫາສະມຸດ, ທະເລ ແລະ ບັນດາແຫຼ່ງຊັບພະຍາກອນຈາກທະເລແບບຍືນຍົງ. ຕາມທ່ານຮອງລັດຖະມົນຕີ ດັ້ງດິ່ງກຸຍ ແລ້ວ, ພື້ນຖານດ້ານກົດໝາຍເພື່ອປະຕິບັດຄາດໝາຍພັດທະນາແບບຍືນຍົງເລກທີ 14 ແມ່ນບັນດາປະມວນກົດໝາຍສາກົນໄດ້ນຳສະເໜີ ແລະ ນຳໃຊ້ຕາມຮູບແບບທົ່ວໂລກຮັບຮູ້, ພິເສດແມ່ນສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລສະຫະປະຊາຊາດ 1982 (UNCLOS). ທ່ານຮອງລັດຖະມົນຕີເນັ້ນໜັກວ່າ, ໃນສະພາບການຢູ່ເຂດທະເລຫຼາຍແຫ່ງໃນໂລກມີການຂັດແຍ້ງກັນ, ເລື່ອງເຄົາລົບ ແລະ ປະຕິບັດບັນດາຂໍ້ກຳນົດຂອງ UNCLOS ຈະຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນທະເລ; ຜູ້ຕາງນໜ້າຫວຽດນາມ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາມາດຕະການຄື: ຍົກສູງຄວາມຮັບຮູ້ໃນສັງຄົມກ່ຽວກັບຄວາມຈຳເປັນຕ້ອງອະນຸລັກຮັກສາ ແລະ ນຳໃຊ້ບັນດາທະເລມະຫາສະມຸດແບບຍືນຍົງ ແລະ ບັນດາແຫຼ່ງຊັບພະຍາກອນຈາກທະເລ, ຊຸກຍູ້ກົນໄກຮ່ວມມືຢູ່ບັນດາຂັ້ນອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ພິເສດແມ່ນຢູ່ບັນດາເຂດທະເລທີ່ມີການຂັດແຍ້ງກັນ, ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ