ຫວຽດນາມເນັ້ນໜັກເຖິງພັນທະແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ

(VOVWORLD) -ວັນທີ 17 ພຶດສະພາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ, ພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີໂປໂລຍ

ຫວຽດນາມເນັ້ນໜັກເຖິງພັນທະແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ - ảnh 1 ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນເຟືອງງາ

(ພາບປະກອບ: TTXVN)

ເຊິ່ງເປັນປະເທດປະທານສະພາຄວາມໝັ້ນຄົງໃນເດືອນພຶດສະພາ 2018, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງການປຶກສາຫາລືເປີດ ດ້ວຍຫົວຂໍ້ວ່າ “ເຊີດຊູກົດໝາຍສາກົນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”, ດ້ວຍການເຂົ້າຮ່ວມກວ່າ 70 ປະເທດສະມາຊິກ.

      ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກເຖິງພັນທະຂອງບັນດາປະເທດແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ນີ້ແມ່ນຫຼັກການພື້ນຖານຂອງກົດໝາຍສາກົນ, ເຊິ່ງໄດ້ກຳນົດຢ່າງຈະແຈ້ງໃນພາກທີ 6 ໃນກົດບັດຂອງສະຫະປະຊາຊາດ, ໃນນັ້ນມີບັນດາມາດຕະການ ແລະ ວິວັດທະນາການທາງການທູດ ແລະ ນິຕິກຳ. ທ່ານນາງເອກອັກຄະລັດຖະທູດກໍ່ຊີ້ແຈ້ງເຖິງບົດບາດ ແລະ ການປະກອບສ່ວນຂອງອາຊຽນ ໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ການເຈລະຈາ ແລະ ການຮ່ວມມືຢູ່ພາກພື້ນ, ຊຸກຍູ້ສັນຕິພາບ ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໃຫ້ເໝາະສົມກັບກົດໝາຍສາກົນ, ກົດບັດຂອງສະຫະປະຊາຊາດ ແລະ ສົນທິສັນຍາກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດ, ຊຸກຍູ້ການປະຕິບັດຖະແຫຼງການຮ່ວມວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ ແລະ ມີການຜູກມັດດ້ານກົດໝາຍໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ