ຫວຽດນາມເປັນປະທານການໂອ້ລົມສົນທະນາບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນການຊຸກຍູ້ສິດເສດຖະກິດ,ວັດທະນະທຳ

(VOVWORLD) -ວັນທີ 27 ກຸມພາ, ຢູ່ນອກກອງປະຊຸມສະໄໝສາມັນຄັ້ງທີ 37 ຂອງສະພາສິດທິມະນຸດສະຫະປະຊາຊາດທີ່ເຊີແນວ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນຢູ່ເຊີແນວ ໄດ້ຈັດການໂອ້ລົມສົນທະນາສາກົນກ່ຽວກັບ

ຫວຽດນາມເປັນປະທານການໂອ້ລົມສົນທະນາບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນການຊຸກຍູ້ສິດເສດຖະກິດ,ວັດທະນະທຳ - ảnh 1  ທ່ານເອກອັກຄະລັດຖະທູດ ເຢືອງຈິ໋ຢຸງ

(ພາບປະກອບ: baoquocte.vn)

“ບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ໃນການຊຸກຍູ້ບັນດາສິດເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ຫຼຸດຜ່ອນສະພາບຂາດຄວາມສະເໝີພາບ”. ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳເຊີແນວ ເຢືອງຈິ໋ຢຸງ ໄດ້ເປັນປະທານການໂອ້ລົມສົນທະນາ.

        ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ເຢືອງຈິ໋ຢຸງ ໄດ້ເຈາະຈິ້ມບາງທິດປຶກສາຫາລື, ພ້ອມທັງເຕື້ອງເຖິງນະໂຍບາຍ, ສະພາບການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ຢູ່ຫວຽດນາມ ໃນບັນດາຂົງເຂດການບໍລິການສາທາລະນະ, ການຜະລິດ ແລະ ຊື້ຂາຍຜະລິດຕະພັນກະສິກຳ…

        ສິ້ນສຸດການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ເຢືອງຈິ໋ຢຸງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືສາກົນ, ພິເສດແມ່ນການຮ່ວມມືລະຫວ່າງບັນດາປະເທດພັດທະນາ ແລະ ພວມພັດທະນາ ເພື່ອແນໃສ່ຮັດແຄບຊ່ອງຫວ່າງດີຈີຕອນ, ຊຸກຍູ້ການພັດທະນາແບບຍືນຍົງ, ຫຼຸດຜ່ອນສະພາບຂາດຄວາມສະເໝີພາບ ຜ່ານນັ້ນຊຸກຍູ້ບັນດາສິດດ້ານເສດຖະກິດ, ວັດທະນະທຳ ແລະ ສັງຄົມຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ