ຫວຽດນາມເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສ.ປ.ຊ

(VOVWORLD) -ຫວ່າງແລ້ວນີ້, ຢູ່ສຳນັກງານແຫ່ງ ສ.ປ.ຊທີ່ນິວຢອກປະເທດອາເມລິກາ, ຄະນະກຳມະການການເມືອງພິເສດ ສະມັດຊາໃຫຍ່ ສ.ປ.ຊ ຊຸດທີ 72 ໄດ້ຈັດກອງປະຊຸມດ້ວຍຫົວຂໍ້ “ ຕີລາຄາບັນດາການເຄື່ອນໄຫວຮັກສາສັນຕິພາບຢ່າງຮອບດ້ານ ”
ຫວຽດນາມເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສ.ປ.ຊ - ảnh 1ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ ເນັ້ນໜັກວ່າ ບັນດາການເຄື່ອນໄຫວຮັກສາສັນຕິພາບຄວນໄດ້ຮັບການປະຕິຮູບເພື່ອມີປະຕິກິລີຍາໄວ ແລະ ທັນການ, ມີປະສິດທິຜົນສຳລັບສະພາບການທີ່ພວມປ່ຽນແປງຢ່າງຕໍ່ເນື່ອງ. ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນເຟືອງງາ ຢືນຢັນວ່ທ ຫວຽດນາມໄດ້ ແລະ ພວມເຂົ້າຮ່ວມບັນດາ ການເຄື່ອນໄຫວຮັກສາສັນຕິພາບຂອງ ສ.ປ.ຊ ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ