ຫວຽດນາມເປັນເຈົ້າການປ້ອງກັນ ແລະ ຕ້ານ ພະຍາດ MERS


ຫວຽດນາມເປັນເຈົ້າການປ້ອງກັນ ແລະ ຕ້ານ ພະຍາດ MERS - ảnh 1
ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ຫງວຽນ​ທິ​ກິມ​ຕວຽນ

(vovworld)- ວັນ​ທີ 10/6, ສ.ເກົາຫຼີ​ໄດ້​ຢັ້ງ​ຢືນ​ກໍ​ລະ​ນີ​ຄົນ​ເຈັບ​ທີ 9 ໄດ້​ເສ​ຍ​ຊີ​ວິດ​ຍ້ອນ​ພະ​ຍາດລະ​ບົບ​ຫາຍ​ໃຈ​ຊຸດ​ໂຊມ​ຮຸນ​ແຮງ MERS.  ປະ​ຈຸ​ບັນ, ຢູ່ ສ.ເກົາຫຼີ, ມີ 108 ຄົນ​ຕິດ​ພະ​ຍາດນີ້. ຕາມ​ຂ່າວຫຼ້າ​ສຸດ​ຈາກ​ອົງ​ການ WHO , ບ​ັນ​ດາ​ກໍ​ລະ​ນີ​ຕິດ​ ພະ​ຍາດລະ​ບົບ​ຫາຍ​ໃຈ​ຊຸດ​ໂຊມ​ຮຸນ​ແຮງ MERS ໃນ​ທົ່ວ​ໂລກ​ໄດ້​ຂຶ້ນ​ເຖິງກວ່າ 1.240 ຄົນ, ໃນ​ນັ້ນ ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 446 ຄົນ. ມາ​ຮອດ​ປະ​ຈຸ​ບັນ, ຢູ່​ຫວຽດ​ນາມ ຍັງ​ບໍ່​ທັນ​ມີ​ກໍ​ລະ​ນີ​ໃດ​ຕິດ​ພະ​ຍາດນີ້​ເທື່ອ, ແຕ່​ບັນ​ດາ​ທ້ອງ​ຖິ່ນ​ຢູ່​ພາຍ​ໃນ​ປະ​ເທດ​ໄດ້​ມີ​ແຜນ​ການ​ຮັບ​ມື​ໂດຍ​ດ່ວນ​ໃນ​ກໍ​ລະ​ນີ ພະ​ຍາດ MERS ຕິດ​ແປດ​ສູ່​ຫວຽດ​ນາມ. ທ່ານ​ໝໍ ຝ້າມ​ຈຸກ​ເລີມ, ຜູ້​ອຳ​ນວຍ​ການ​ສູນກວດ​ໂລກ​ລະ​ບາດສາ​ກົນ​ນະ​ຄອນ ດາ​ນັ້ງ ໃຫ້​ຮູ້​ວ່າ : 

    “ ກ່ຽວ​ກັບ​ການກວດ​ພະ​ຍາດ​ຢູ່​ດ່ານ​ຊາຍ​ແດນ, ຜູ້​ໂດຍ​ສານ​ທຸກໆ​ຄົນ​ທີ່​ເຂົ້າ​ເມືອງຫວຽດ​ນາມ ຕ່າງ​ກໍ​ຕ້ອງຜ່ານ​ການ​​ສັງ​ເກດ​ດ້ວຍ​ຕາ, ວັດ​ອຸນ​ຫະ​ພູມ​ຮ່າງ​ກາຍ. ນອກ​ຈາກນັ້ນ, ຜ່ານ​ການ​ແຈ້ງ​ອາ​ການ​ສຸ​ຂະ​ພາບ, ພວກ​ຂ້າ​ພະ​ເຈົ້າ​ກຳ​ແໜ້ນ​ກ່ຽວ​ກັບ​ອາ​ການ​ສຸ​ຂະ​ພາບ​ຂອງ​ຜູ້​ໂດຍ​ສານ. ຈາກນັ້ນ, ຖ້າ​ຫາກ​ມີ​ສັນ​ຍານ​ລະ​ແວງ​ສົງ​ໄສ, ພວກ​ຂ້າ​ພະ​ເຈົ້າ​ຈຶ່ງ​ມີ​ວິ​ທີ​ແກ້​ໄຂ​ໃນ​ທັນທີ່ ”

      ສ່ວນ​ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫງວຽນ​ທິ​ກິມ​ຕວຽນ ຢືນ​ຢັນ​ວ່າ :

    “ ຫວຽດ​ນາມ​ກຽມ​ພ້ອມ​ຮັບ​ມື​ກັບພະ​ຍາດລະ​ບົບ​ຫາຍ​ໃຈ​ຊຸດ​ໂຊມ​ຮຸນ​ແຮງ MERS . ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ໄດ້​ກະ​ກຽມ​ຢຸກ​ຢາ, ພາ​ຫະ​ນະ​ອຸ​ປະ​ກອນ​ຮັບ​ໃຊ້​ການ​ປິ່ນ​ປົວ​ຖ້າ​ຫາກ ພະ​ຍາດ MERS ເກີດ​ຂຶ້ນ, ພ້ອມ​ທັງ​ເປີດ​ຊຸດ​ອົບ​ຮົມ​ໃຫ້​ແກ່​ພະ​ນັງານ​ການ​ແພດ​ຂັ້ນ​ສູນ​ກາງ, ແຂວງ, ເມືອງ, ຕາ​ແສງ. ພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ​ມີ​ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວ​ໃນ​ການ​ປ້ອງ​ກັນ ແລະ ຕ້ານ​ໂລກ​ລະ​ບາດ, ໃນ​ສະ​ເພາະ​ໜ້າ ບໍ່​ປະ​ໃຫ້​ພະ​ຍາດ MERS ຕິດ​ແປດ​ສູ່​ຫວຽດ​ນາມ”

ຂ່າວ/ບົດ​ອື່ນ