ຫວຽດນາມເປັນເຈົ້າພາບຈັດກອງປະຊຸມອົງການບໍລິຫານພາກຕາເວັນອອກໂລກ

ຫວຽດນາມເປັນເຈົ້າພາບຈັດກອງປະຊຸມອົງການບໍລິຫານພາກຕາເວັນອອກໂລກ  - ảnh 1
ການ​ປະຊຸມ​ຂ່າວ​ຽວກັບເລື່ອງຫວຽດນາມເປັນເຈົ້າພາບຈັດກອງປະຊຸມ
ອົງການບໍລິຫານພາກຕາເວັນອອກໂລກ
(ພາບ: baomoi)

(vovworld)- ກອງປະຊຸມສະມັດຊາຄັ້ງທີ 60 ແລະ ກອງປະຊຸມປະຈຳປີ ຂອງອົງການ​ບໍລິຫານ​ພາກ​ຕາ​ເວັນ​ອອກ​ໂລກ EROPA 2014 ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ແຕ່​ວັນ​ທີ 19-24/10/2014. ຂ່າວຄາວ​ດັ່ງກ່າວ ​ໄດ້​ຖືກ​ຍົກ​ອອກ​ມາທີ່​ການ​ປະຊຸມ​ຂ່າວ​ໂດຍ​ສະ​ຖາ​ບັນປົກຄອງ​ແຫ່ງ​ຊາດ ກະຊວງ​ພາຍ​ໃນ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍວັນ​ທີ 14/10 ຢູ່​ຮ່າ​ໂນ້ຍ. ຫົວ​ເລື່ອງ​ຕົ້ນຕໍ​ຂອງ ກອງປະຊຸມປະຈຳປີ ຂອງອົງການ​ບໍລິຫານ​ພາກ​ຕາ​ເວັນ​ອອກ​ໂລກ EROPA 2014 ​ແມ່ນ “ ການ​ປົກຄອງ​ແຫ່ງ​ລັດ ​ແລະ ການ​ບໍລິຫານ​ລັດ​ໃນ​ສະພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ” ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ບັນດາ​ສຳນັກງານ​ການ​ທູດ​ຂອງ 10 ປະ​ເທດ​ສະມາຊິກ EROPA ພ້ອມ​ກັບ​ຜູ້​ແທນສາກົນ, ນັກຮຽນ​ຮູ້, ນັກ​ຄຸ້ມ​ຄອງ, ການ​ນຳບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ຢູ່​ພາຍ​ໃນ​ປະ​ເທດ....ລວມທັງ​ໝົດ 200 ກວ່່າຄົນ. ​ໃນ​ຂອບ​ເຂດ​ກອງ​ປະຊຸມ, ຄະນະ​ຈັດການ EROPA ຈະ​ປຶກສາ​ຫາລື ​ແລະ ຕີ​ລາຄາ​ວຽກ​ງານ​ຂອງ​ອົງການ EROPA ​ໃນ​ປີ​ທີ່​ຜ່ານ​ມາ, ການ​ສ້າງ​ແຜນການ​ເຄື່ອນ​ໄຫວ​ໃຫ້​ປີ​ຕໍ່ໆ​ໄປ....

ຂ່າວ/ບົດ​ອື່ນ