ຫວຽດນາມເປັນເຈົ້າພາບຈັດກອງປະຊຸມໃຫຍ່ທະເລອາຊີຕາເວັນອອກຄັ້ງທີ 5


   ຫວຽດນາມເປັນເຈົ້າພາບຈັດກອງປະຊຸມໃຫຍ່ທະເລອາຊີຕາເວັນອອກຄັ້ງທີ 5 - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ຫວຽດ​ນາມ ຈູ​ຝ້າມງອກ​ຫຽນ

(vovworld)- ກອງ​ປະ​ຊຸມ​ໃຫຍ່​ທະ​ເລອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 5 ຈະ​ຖືກໄຂ​ຂຶ້ນ​ແຕ່​ວັນ​ທີ 16-21/11/2015 ຢູ່​ນະ​ຄອນ​ດານັ້ງ​ຂອງ​ຫວຽດ​ນາມ​ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ​້ແທນຫວຽດ​ນາມ ແລະ ສາ​ກົນ​ປະ​ມານ 700 ຄົນ. ນີ້​ແມ່ນກອງ​ປະ​ຊຸມ​ທີ່ສຳ​ຄັນອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ການ​ຄຸ້ມ​ຄອງ​ບັນ​ດາ​ເຂດ​ຊາຍ​ຝັ່ງ, ມະ​ຫາ​ສະ​ມຸດ​ຢູ່​ບັນ​ດາ​ທະ​ເລ​ອາ​ຊີ​ຕ​າ​ເວັນ​ອອກ. ທີ່​ການ​ປະ​ຊຸມ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັນ​ທີ 11/11 ຢູ່​ຮ່າ​ໂນ້ຍ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ຫວຽດ​ນາມ ຈູ​ຝ້າມງອກ​ຫຽນ​ໃຫ້​ຮູ້​ວ່າ  : ກອງ​ປະ​ຊຸມ​ໃຫຍ່​ທະ​ເລອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 5 ມີ​ຫົວ​ຂໍ້​ວ່າ : “ ເປົ້າ​ໝາຍ​ທົ່ວ​ໂລກ, ຜົນ​ປະ​ໂຫຍດ​ທ້ອງ​ຖິ່ນ- ສ້າງ​ຕັ້ງ​ໂຄງ​ການ​ດຳ​ເນີນ​ງານ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ບັນ​ດາ​ທະ​ເລອາ​ຊີ​ຕາ​ເວັນ​ອອກ​ ປີ 2015”. ໃນ​ຂອບ​ເຂດກອງ​ປະ​ຊຸມ​ໃຫຍ່​ທະ​ເລອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 5 ລວມ​ມີ​ບັນ​ດາ​ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາສາ​ກົນ, ງານ​ວາງ​ສະ​ແດງ, ການ​ລົງ​ສຳຫຼວດ​ຕົວ​ຈິງ….

ຂ່າວ/ບົດ​ອື່ນ