ຫວຽດນາມເປັນເຈົ້າພາບຈັດຕັ້ງການເສັງOlympicຊີວະສາດສາກົນຕັ້ງທີ27

ຫວຽດນາມເປັນເຈົ້າພາບຈັດຕັ້ງການເສັງOlympicຊີວະສາດສາກົນຕັ້ງທີ27 - ảnh 1
ຫວຽດນາມເປັນເຈົ້າພາບຈັດຕັ້ງການເສັງ
Olympicຊີວະສາດສາກົນຕັ້ງທີ 27
(ພາບສຳນັກຂ່າວສານຫວຽນາມ)

(vovworld) - ການ​ເສັງ Olympi​c ຊີວະ​ສາດ​ສາກົນ​ຄັ້ງທີ 27 ຈະ​ດ​​ຳ​ເນີນ​ຢູ່ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 17 – 23/07, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 71 ຄະນະ​ທີ່​ມາ​ຈາກ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ທົ່ວ​ໂລກ. ​ເພື່ອ​ກະກຽ​​ມ​ໃຫ້ການ​ເສັງ Olympi​c ຊີວະ​ສາດ 2016 ​ເປັນ​ຢ່າງ​ດີຄະນະ​ຈັດ​ຕັ້ງ​ໄດ້​ເຊີນ​ບັນ​ດາ​ນັກວິທະຍາສາດ, ຄູ​ອາຈານ​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ໃຫ້​ຄະນະ​ນັກຮຽນ​ ຫວຽດນາມ​. ສາດສະດາຈານ, ປະລິນຍາ​ເອກ ຫງວຽນ​ວັນ​ມີ​ງ ຜູ້ອ​ຳ ນວຍ​ການມະຫາວິທະຍາ​ໄລ​ສ້າງ​ຄູ ຮ່າ​ໂນ້ຍ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ການ​ເສັງ Olympi​c ຊີວະ​ສາດ​ສາກົນ​ຄັ້ງ​ທີ 27 ​ໃຫ້​ຮູ້​ວ່າ:

        “ບັນດາ​ອະນຸ​ກຳມະການ​ລວມມີ​ ກະຊວງ, ຂະ​ແໜງ​ການຫລາຍ​ທີ່​ສຸດປະມານ 350 ຄົນ. ຜູ້​ອາສາ​ສະໝັກ​ເຂົ້າ​ຮ່ວມ​ແມ່ນ 110 ຄົ​ນທີ່​ມາ​ຈາກ​ບັນດາ​ມະຫາ​ວິ​ມະ​ຍາ​ໄລ​ຢູ່ ຮ່າ​ໂນ້​ຍ. ຈຸດ​ໃໝ່​​ໃນ​ທີ່​ນີ້ແມ່ນ​ເປັນ​ຄັ້ງ​ທຳ​ອິດທີ່​ຈັດ​ຕັ້ງ Olympi​c ຊີວະ​ສາດ​ດ້ວຍ​ຈຳນວນ​ປະ​ເທດ​ເຂົ້າ​ຮ່ວມ​ຫລາຍ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ”

ຂ່າວ/ບົດ​ອື່ນ