ຫວຽດນາມເພີ່ມທະວີການຮ່ວມມືກັບປະເທດຕ່າງໆແລະອີຢູ

(VOVWORLD) -ວັນທີ 07 ສິງຫາ, ໃນໄລຍະເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືຢູ່ມານີລາ, ປະເທດຟິລິບປີນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີບັນດາການພົບປະ 2 ຝ່າຍກັບ

ຫວຽດນາມເພີ່ມທະວີການຮ່ວມມືກັບປະເທດຕ່າງໆແລະອີຢູ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

ພົບປະກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Rex Tillerson

(ພາບ: TTXVN)

ທ່ານລັດຖະມົນຕີການຕ່າງປະເທດນິວຊີແລນ Gery Brownlee, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Rex Tillerson, ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ແລະ ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີລົບ (ອີຢູ) ທ່ານນາງ Federica Mogherini.

        ທີ່ບັນດາການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ: ຫວຽດນາມ ເປັນເອກະພາບພ້ອມກັບບັນດາປະເທດ ແລະ ອີຢູ ນຳການຮ່ວມມືເຂົ້າສູ່ລວງເລິກ, ຮັກສາການແລກປ່ຽນຄະນະຜູ້ແທນ, ຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ… ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາປະເທດ ສ້າງເງື່ອນໄຂສະດວກໃຫ້ສິນຄ້າຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດຫວຽດນາມ ສຳພັດກັບຕະຫຼາດຂອງບັນດາປະເທດ. ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ຫວຽດນາມ ແລະ ບັນດາຝ່າຍຢືນຢືນບົດບາດໃຈກາງຂອງອາຊຽນ ຢູ່ພາກພື້ນ, ສົມທົບກັນແກ້ໄຂບັນດາບັນຫາປ້ອງກັນຄວາມສະຫງົບຄື: ການຕ້ານການກໍ່ການຮ້າຍ, ບັນຫານິວເຄຼຍໃນແຫຼມເກົາຫຼີ, ບັນຫາທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ UNCLOS 1982, DOC, ສະໜັບສະໜູນອາຊຽນ ແລະ ຈີນ ເຈລະຈາ COC ຢ່າງແທ້ຈິງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ