ຫວຽດນາມເພີ່ມທະວີການຮ່ວມມືກັບສາກົນຮັບປະກັນສິດທິມະນຸດໃນການຕ້ານກໍ່ການຮ້າຍ

ຫວຽດນາມເພີ່ມທະວີການຮ່ວມມືກັບສາກົນຮັບປະກັນສິດທິມະນຸດໃນການຕ້ານກໍ່ການຮ້າຍ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈຸ​ງ​ແທ່ງ ທີ່ວາລະປະຊຸມ
ຄັ້ງທີ 29 ສະພາສິດທິມະນຸດ
(ພາບ: Tố Uyên/TTXVN)

(vovworld) –   ວັນທີ 30/6, ສະພາ​ສິດທິ​ມະນຸດ ສປຊ​  ​ໄດ້​ດຳ​ເນີນວາລະ​ປຶກສາຫາລື​ຫົວເລື່ອງ​ສະ​ເພາະ ກ່ຽວ​ກັບ​ຜົນ​ສະທ້ອນ​ຂອງ​ລັດທິ​ກໍ່​ການ​ຮ້າຍ ​ເຖິງ​ການຊົມ​ໃຊ້​ບັນດາ​ສິດ ​ແລະ ເສລີພາບ​ພື້ນຖານ​ຂອງ​ທຸກ​ຄົນ​ຢ່າງ​ຄົບ​ຖ້ວນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈຸ​ງ​ແທ່ງ, ຫົວໜ້າ​ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ​ເຊີ​ແນວ, ຢືນຢັນ​ວ່າ: ຫຼັກ​ໝັ້ນ​ຂອງ ຫວຽດນາມ ​​ແມ່ນ​ກ່າວ​ປະນາມທຸກ​ການ​ກະທຳ​ກໍ່​ການ​ຮ້າຍ ​ແລະ ​ໃຊ້​ຄວາມ​ຮຸ​ນ​ແຮງ​ສຳລັບ​ປະຊາຊົນທີ່​ບໍ່​ມີ​ຄວາມ​ຜິດ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈຸ​ງ​ແທ່ງ ​ເນັ້ນ​ໜັກ​ວ່າ: ທຸກ​ການ​ກະທຳ​ກໍ່​ການ​ຮ້າຍ ຄວນ​ໄດ້​ຮັບ​ການ​ລົງ​ໂທດ ​ແລະ ຄວາມຍຸຕິ​ທຳຕ້ອງ​ໄດ້​ຮັບ​ການ​ຍົກ​ສູງ ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບປອດໄພ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ .

         ​ເພື່ອ​ປະຕິບັດ​ພັນທະ​​ເປັນ​ສະມາຊິກ​ຂອງ​ບັນດາສົນທິສັນຍາ​ສາກົນ ກ່ຽວ​ກັບ​ສິດທິ​ມະນຸດ ກໍ​ຄື 13 ສົນທິສັນຍາ ​ແລະ ອະນຸ​ສັນຍາ​ສາກົນ ກ່ຽວ​ກັບ​ການ​ຕ້ານ​ກໍ່​ການ​ຮ້າຍ, ຫວຽດນາມ ​ໄດ້ ​ແລະ ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການທາງນິຕິບັນຍັດ ​ແລະ ບໍລິຫານ, ​ໃນ​ນັ້ນ​ມີ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານການ​ກໍ່​ການ​ຮ້າຍ​ປີ 2013. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຈຸ​ງ​ແທ່ງ ຢືນຢັນ​ວ່າ: ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ກັບ​ບັນດາ​ປະ​ເທດ, ອົງການ​ຈັດ​ຕັ້ງ​ສາກົນຕ່າງໆ​ໃນ​ການ​ປະຕິບັດ​ 2  ​ເປົ້າ​ໝາຍ​ຕ້ານ​ການກໍ່​ການ​ຮ້າຍ ​ແລະ ຮັບປະກັນ​ສິດທິ​ມະນຸດ​ກ່ວາ​ອີກ​ໃນວິວັດ​ການຕ້ານ​ການກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ