ຫວຽດນາມເພີ່ມທະວີການຮ່ວມມືກັບອາຟຣີກາໃຕ້ກ່ຽວກັບການອະນຸລັກຮັກສາສັດປ່າ

ຫວຽດນາມເພີ່ມທະວີການຮ່ວມມືກັບອາຟຣີກາໃຕ້ກ່ຽວກັບການອະນຸລັກຮັກສາສັດປ່າ - ảnh 1
ຫວຽດນາມເພີ່ມທະວີການຮ່ວມມືກັບອາຟຣີກາໃຕ້ກ່ຽວກັບການ
ອະນຸລັກຮັກສາສັດປ່າ
(ພາບ: TTXVN)

(vovworld) – ວັນ​ທີ 20/5, ຢູ່​ນະ​ຄອນຫຼວງ Pretoria, ປະ​ເທດ ອາ​ຟ​ຣີ​ກາ​ໃຕ້, ຄະ​ນະ​ປະ​ຕິ​ບັດ​ງານ​ລະ​ຫວ່າງ​ຂະ​ແໜງ​ກ່​ຽວ​ກັບ​ການ​​ອະ​ນຸ​ລັກ​ຮັກ​ສາ​ສັດ​ປ່າ ຫວຽດ​ນາມ ມີ​ການ​ເຮັດ​ວຽກ​ກັບ​ຜູ້​ຕາງ​ໜ້າ​ກະ​ຊວງ​ສິ່ງ​ແວດ​ລ້ອມ ແລະ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ ອາຟ​ຣີ​ກາໃຕ້ ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ​ໃນ​ຂົງ​ເຂດ​ອະ​ນຸ​ລັກ​ຮັ​ກ​ສາ​ຊີ​ວະ​ນາໆ​ພັນ ແລະ ສັດ​ປ່າທີ່​ການ​ເຮັດ​ວຽກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ຟ​ຣີ​ກາໃຕ້ ເລ​ຮູຍ​ຮ່​ວາງ ເນັ້​ນ​ໜັກ​ວ່າ: ລັດ​ຖະ​ບານ ຫວຽດ​ນາມ ປາ​ດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອາ​ຟ​ຣີ​ກາໃຕ້ ແລະ ບັນ​ດາ​ປະ​ເທດ​ອ​ື່ນໆ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ, ໃນ​ຂອບ​ເຂດ 2 ຝ່າຍກໍ່​ຄື​​ໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ເພື່ອ​ແນ​ໃສ່​ແບ່ງ​ປັນ​ຂໍ້​ມູນ​ຂ່າວ, ສົມ​ທົບ​ກັນ​ເຄື່ອນ​ໄຫວ ແລະ ຮ່ວມ​ມື​ຜ​ັນ​ຂະ​ຫຍາຍ​ບັນ​ດາ​ມາ​ດ​ຕະ​ການ​​ແນ​ໃສ່​ສະ​ກັດ​ກັ້ນ​ບ​ັນ​ດາ​ການ​ເຄື່ອນ​ໄຫວ​ຜິດ​ກົດ​ໝາຍ​ໃນ​ຂົງ​ເຂດນີ້.

        ສ່ວນ​ທ່ານ​ນາງ Skumsa Mancotywa, ຜູ້​ຮັກ​ສາ​ການ​ຫົວ​ໜ້າ​ກົມ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ​ຂຶ້ນ​ກັບ​ກະ​ຊວງ​ສິ່ງ​ແວດ​ລ້ອມ ອາ​ຟ​ຣີ​ກາໃຕ້, ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ​ໃນຫຼາຍ​ຂົງ​ເຂດ​ລະ​ຫວ່າງ ອາ​ຟ​ຣີ​ກາໃຕ້ ແລະ ຫວຽດ​ນາມ, ໃນ​ນັ້ນ​ມີ​ຂົງ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ລັດ​ຖະ​ບານ 2 ປະ​ເທ​ດ​ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ແລະ ມ່​ນ​ການ​ເຄື່ອນ​ໄຫວ, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ຮ່ວມ​ມື​ເລິກ​ເຊິ່ງ, ກ້​ວາງ​ຂວາງ​​ກ່​ວາໃນ​ຂົງ​ເຂດນີ້.
ຂ່າວ/ບົດ​ອື່ນ