ຫວຽດນາມເພີ່ມທະວີການຮ່ວມມືດ້ານເສດຖະກິດ,ການຄ້າກັບກາຢັກສຖານ, ອານເຊຣີ,ປອກຕຸຍການ,ບຸນກາຣີ

ຫວຽດນາມເພີ່ມທະວີການຮ່ວມມືດ້ານເສດຖະກິດ,ການຄ້າກັບກາຢັກສຖານ, ອານເຊຣີ,ປອກຕຸຍການ,ບຸນກາຣີ - ảnh 1
(ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ)

​(vovworld) - ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສິ້ນສຸດການໄປປະຕິບັດງານ ໃນລະຫວ່າງວັນທີ 29/05 – 06/06, ເຂົ້າຮ່ວມພິທີລົງນາມ​ໃນສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ ແລະ ພັນທະມິດເສດຖະກິດອາຊີ - ​ເອີ​ລົບ ຢູ່​ສ.ກາຢັກສະຖານ, ຢ້ຽມຢາມ​ອານ​ເຊຣີ, ປອກຕຸຍການ ​ແລະ ບຸນກາຣີ ຢ່າງ​ເປັນ​ທາງ​ການ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ​ໄດ້​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ຢ້ຽມຢາມ. ຕາມ​ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ​ແລ້ວ, ​ໃນຂະນະ​ທີ່​ການ​ຢ້ຽມຢາມ ກາ​ຢັກສະຖານ ມີ​ຄວາມ​ໝາຍ​​ເຊື່ອມ​ຕໍ່​ເສດຖະກິດ​ຫຼາຍ​ຝ່າຍ, ການ​ຢ້ຽມຢາມ ອາ​ເຊຣີ, ປອກຕຸຍການ, ບຸນກາຣີ ​ແມ່ນ​ການ​ເຊື່ອມ​ຕໍ່​ຂອງ​ບັນດາ​ການ​ພົວພັນ 2 ຝ່າຍ​ທີ່​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ. ທ່ານ ບຸ​ຍ​ແທງ​ເຊີນ ​ໃຫ້​ຮູ້​ວ່າ, ​ເລື່ອງ​ລົງ​ນາມ​ໃນ​ສັນຍາການ​ຄ້າ​ເສລີ​ສະບັບ​ທຳ​ອິດ​ລະຫວ່າງ​ບັນດາ​ປະ​ເທດ ສະມາຊິກພັນທະມິດ ເສດຖະກິດ ອາຊີ - ​ເອີ​ລົບ ກັບ​ຫວຽດນາມ ​ແມ່ນ​ເຫດ​ການ​ປະຫວັດສາດ, ​ເປີດ​ທິດ​ທາງ​ຮ່ວມ​ມື​ບໍ່​ພຽງ​ແຕ່​ກັບ​ຫວຽດນາມ ​ໃນຖາ​ນະ​ເປັນ​ປະ​ເທດ​ສະມາ​ຊິກ​ເທົ່າ​ນັ້ນ, ຫາກ​ຍັງ​ກັບ​ພາກ​ພື້ນ​ອາ​ຊຽນ ອີກ​​ດ້ວຍ.

        ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ​ໃຫ້​ຮູ້ວ່າ, ບັນດາ​ປະ​ເທດ ອານເຊຣີ, ປອກຕຸຍການ ​ແລະ ບຸນກາຣີ ລ​້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແມ່ນ​ຖຶກກັບ​ເວລາທີ່​ການ​ຮ່ວມ​ມື 2 ຝ່າຍ​ທີ່​ຈຳ​ເປັນ ມີ​ພື້ນຖານ​ດ້ານ​ການ​ເມືອງ​ຢ່າງ​ແຮງ ​ເພື່ອ​ບື​ນຕົວ​ຂຶ້ນ, ຫັນ​ໄປ​ສູ່​ການ​ພັດທະນາ​ກວ່າ​ອີກ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຂອງ​ທຸກ​ຝ່າຍ. ບັນດາ​ການ​ເຈລະຈາ, ພົບ​ປະ​ເຈລະຈາ, ການ​ພົບ​ປະລະ​ຫວ່າງ​ທ່ານ​ນາ​ຍົດ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກັບ​ປະທານາທິບໍດີ, ນາຍົກລັດຖະມົນຕີ, ປະທານ​ສະພາ​ແຫ່ງ​ຊາດ ຂອງບັນດາ​ປະ​ເທດ​ນີ້ ​ແມ່ນ​ກາລະ​ໂອກາດ​​ເພື່ອແລກ​ປ່ຽນ​ການ​ກຳນົດ​ທິດ​ຮ່ວມ​ມື​ໃນ​ອະນາຄົດ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ.

        ບັນດາ​ປະ​ເທດກໍ່​ຕີ​ລາຄາ​ສູງ​ການ​ສົມທົບ​ລະຫວ່າງ​ຫວຽດນາມ ກັບບັນດາປະ​ເທດ​ດັ່ງກ່າວ​ບົນ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ຕີ​ລາຄາ​ສູງ​ທີ່​ຕັ້ງ​ບົດບາດ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ຫວຽດນາມ ຢູ່​ພາກ​ພື້ນ, ສາກົນ ​ແລະ ປາດ​ຖະໜາ​ຢາກ​ສືບ​ຕໍ່​​ແລກປ່ຽນ, ສົມທົບ​ກັບ​ຫວຽດນາມ ຢ່າງ​ແໜ​​້ນ​ແຟ້ນ, ​ໂດຍ​ສະ​ເພາະ​​ແມ່ນຢູ່​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ, ​ເວທີ​ປາ​ໄສ​ສາກົນ​ອື່ນ.

ຂ່າວ/ບົດ​ອື່ນ