ຫວຽດນາມ​ເພີ່ມ​ທະວີ​ຮ່ວມ​ມື​ກັບUNDP​ແລະUNFPA

ຫວຽດນາມ​ເພີ່ມ​ທະວີ​ຮ່ວມ​ມື​ກັບUNDP​ແລະUNFPA - ảnh 1

(ພາບປະກອບ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 07 – 08/09, ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ຈີ໋ຢຸງ ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ເຂົ້າ​ຮ່ວມວາລະ​ປະຊຸມ​ຂອງ​ສະພາ​ບໍລິຫານ​ໂຄງການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ (UNDP) ​ແລະ ຄະນະ​ກຳມະການ​ປະຊາກອນ​ສະຫະ​ປະຊາ​ຊາດ (UNFPA) ທີ່ສຳ​ນັກ​ງານ​ສະຫະ​ປະຊາ​ຊາດຢູ່ ນິວຢອກ (ອາ​ເມ​ລິ​ກາ). ທີ່​ວາລະ​ປະຊຸມ​ຂອງ UNDP ​ໃນ​ວັນ​ທີ 08/09, ທ່ານ​ລັດຖະມົນຕີ ຫງວຽນ​ຈີ໋ຢຸງ ມີ​ບົດ​ກ່າວ​ປາ​ໄສ​ຢືນຢັນ​ທັດສະນະ​ສຳລັບ​ເອກະສານ​ໂຄງການ​ແຫ່ງ​ຊາດ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ UNDP ​ໄລຍະ 2017 – 2021. ຕາມ​ທ່ານ​ລັດຖະມົນຕີ ຫງວຽນ​ຈີ໋ຢຸງ ​ແລ້ວ​ໂຄງການ​ຮ່ວມ​ມື​ແຫ່ງ​ຊາດ​ໄລຍະ 2017 – 2021 ​ໄດ້​ສ້າງ​ບົນພື້ນຖານ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ​ລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ UNDP, ​ໃນ​ນັ້ນ ສະ​ແດງ​​ໃຫ້​ເຫັນ ການປະສານ​ຢ່າງເໝາະ​ສົມກັນບັນດາ​​ເປົ້າໝາຍ, ໜ້າ​ທີ່, ມາດ​ຕະການ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​​ແຜນການ 5 ປີ 2016 – 2020 ຂອງ ຫວຽດນາມ.

        ກ່ອນໜ້າ​ນັ້ນ, ທີ່​ວາລະ​ປະຊຸມ​ຂອງ UNFPA, ​ໃນວັນ​ທີ 07/09 ທ່ານ​ລັດຖະມົນຕີ ຫງວຽນ​ຈີ໋ຢຸງ ກໍ່ຍົກ​ອອກ​ການ​ຮ່ວມ​ມື ​ແລະ ບັນດາ​ການ​ໜູນ​ຊ່ວຍ​ອັນລ້ຳ​ຄ່າ ຊຶ່ງ UNFPA ສະຫງວນ​ໃຫ້​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ເກືອບ 40 ປີຜ່ານມາ ດ້ວຍ​ໝາກຜົ​ນພົ້ນ​ເດັ່ນ​ແມ່ນ UNFPA  ​ໄດ້​ຮ່ວມ​ເດີນທາງພ້ອມ​ກັບ​ລັດຖະບານ ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ, ຕົວ​ເລກ​ຄາດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບປະຊາກອນ.

ຂ່າວ/ບົດ​ອື່ນ