ຫວຽດນາມເອົາໃຈໃສ່ເປັນພິເສດເຖິງການປະຕິບັດກົດໝາຍແລະໂຄສະນາຫລຸດຜ່ອນການຊົມໃຊ້ສັດປ່າ

ຫວຽດນາມເອົາໃຈໃສ່ເປັນພິເສດເຖິງການປະຕິບັດກົດໝາຍແລະໂຄສະນາຫລຸດຜ່ອນການຊົມໃຊ້ສັດປ່າ - ảnh 1
ພາບ​ປະ​ກອບ:internet

(vovworld)-​​ວັນ​ທີ 21/10, ຢູ່ ຮ່າ​ໂນ້ຍ, ອົງ​ການ​ຄຸ້ມ​ຄອງCITESຫວຽດ​ນາມ(ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການ​ຄ້າ​ຂາຍ​ສັດ​ປ່າ,ພືດ) ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ຈັດ​ຕັ້ງ​ “ກອງ​ປະ​ຊຸມ​ສຳ​ມະ​ນາ APEC ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ຄ​ວາມ​ຕ້ອງການ​ຊົມ​ໃຊ້​ສັດ​ປ່າ​ຢ່າງ​ຜິດ​ກົດ​ໝາຍ” ເພື່ອແບ່ງ​ປັນ​ບົດ​ຮຽນ, ຖ່າຍ​ທອດ​ຄວາມ​ຮູ້, ບົດ​ຮຽນ,  ສະ​ເຫນີບັນ​ດາ​ມາດ​ຕະ​ການ​ລະ​ອຽດ, ມຸ່ງ​ໄປ​ເຖິງ​ການ​ສ້າງ ແລະ ປະ​ຕິ​ບັດ​ແຜນ​ດຳ​ເນີນ​ງານ​ເພື່ອ​ຮັກ​ສາ ແລະ ພັດ​ທະ​ນາ​ການ​ຮ່ວມ​ມື​ແບບ​ຍືນ​ຍົງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ແຜນ​ການ​ຫລຸດ​ຜ່ອນ​ຄວາມ​ຕ້ອງ​ການ​ຊົມ​ໃຊ້​ສັດ​ປ່າ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ບາ​ຫງາຍ, ຮອງ​ຫົວ​ຫນ້າ​ກົມ​ໃຫຍ່​ປ່າ​ໄມ້ ໄດ້​ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ເອົາ​ໃຈ​ໃສ່​ເປັ​ນ​ພິ​ເສດ​ເຖິງວຽກ​ງານ​ປະ​ຕິ​ບັດ​ກົດ​ໝາຍ ແລະ ໂຄ​ສະ​ນາ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ຕ້ອງ​ການ​ຊົ​ມ​ໃຊ້​ສັດ​ປ່າ​ຢ່າງ​ຜິດ​ກົດ​ໝາຍ. ເດືອນ 2/2014, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້​ຄຳ​ສັ່ງ​ພິ​ເສດ​ເພື່ອ​ຊີ້​ນຳ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການຕ່າງໆ​ຕ້ອງ​ປະ​ຕິ​ບັດ​ທຸກ​ມາດ​ຕະ​ການ​ຮີບ​ດ່ວນ​ເພື່ອ​ແກ້​ໄຂ​ສະ​ພາບ​ການ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ