ຫວຽດນາມແບ່ງປັນບົດຮຽນເຂົ້າຮ່ວມTPPກັບອິນໂດເນເຊຍ

ຫວຽດນາມແບ່ງປັນບົດຮຽນເຂົ້າຮ່ວມTPPກັບອິນໂດເນເຊຍ - ảnh 1
​ການ​ໂອ້​ລົ​ມສົນທະນາ “ບົດຮຽນ​ຂອງ ຫວຽດນາມ
 ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP)
(ພາບ: TTXVN)

(vovworld) - ວັນ​ທີ 10/08 ຢູ່ Jakarta, ອິນ​ໂດ​ເນ​ເຊຍ, ດຳ​ເນີນ​ການ​ໂອ້​ລົ​ມສົນທະນາ “ບົດຮຽນ​ຂອງ ຫວຽດນາມ ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP)”. ນັກບັນ​ລະ​ຍາຍ​ທີ່ການ​ໂອ້​ລົມ​ສົນທະນາ​ແມ່ນ​ທ່ານ​ນາງ​ເອກ​ອັກ​ຄະ​ລັດຖະທູດ ຫງວຽນ​ຫງວດງາ, ທີ່​ປຶກສາ​ຂັ້ນ​ສູງ​ຄະນະ​ເລຂາ​ແຫ່ງ​ຊາດ APEC 2017, ອະດີດ​ຮອງຫົວໜ້າ​ຄະນະ​ເຈລະ​ຈາ​ລັດຖະບານ​ກ່ຽວ​ກັບ​ເສດຖະກິດ ​ແລະ ການ​ຄ້າ​ສາກົນ, ອະດີດ​ຫົວໜ້າ​ກົມ​ຮ່ວມ​ມື​ເສດຖະກິດ​ຫລາຍ​ຝ່າຍ (ກະຊວງ​ການ​ຕ່າງປະ​ເທດ). ນີ້​ແມ່ນ​ໂອກາດ ​ເພື່ອ​ໃຫ້ ຫວຽດນາມ ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ (FTA) ລຸ້ນ​​ໃໝ່, ພິ​ເສ​ດ​ແມ່ນ TPP ກັບ ອິນ​ໂດ​ເນ​ເຊຍ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຫງວຽນ​ຫງວດງາ ​ແລ້ວ, ອິນ​ໂດ​ເນ​ເຊຍ ມີ​ຫລາຍບັນ​ຫາ​​ທີ່​ຄື​ກັນ​ກັບ ຫວຽດນາມ ກ່ອນ​ທີ່​ເຂົ້າ​ຮ່ວມ TPP ​ແລະ ​ເຈລະຈາ​ບັນດາ FTA ລຸ້ນ​ໃໝ່​ໃນ​ໄລຍະ 2008 – 2012. ປະຈຸ​ບັນກ່ຽວ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຂອງ ອິນ​ໂດ​ເນ​ເຊຍ ໃນ​ການ​ພັດທະນາ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ໃຫ້​ຮູ້​ວ່າ ບົດຮຽນ​ຂອງ ຫວຽດນາມ ​ແມ່ນ​ ຢາກ​ພັດທະນາ, ຕ້ອງ​​ຮູ້​​ຜ່ານ​ຜ່າ ​ເພາະ​ນັ້ນ​ແມ່ນ​ບັນດາ​ບັນຫາ​ພາຍ​ໃນ​ຂອງ​ພື້ນຖານ​ເສດຖະກິດ, ພິ​ເສດ​ແມ່ນ​ໃນຍຸກ​ສະ​ໄໝ​ພັດທະນາຢ່າງ​ໝັ້ນຄົງ​. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຫງວດງາ ຖື​ວ່າ: ປະຈຸ​ບັນ ອິນ​ໂດ​ເນ​ເຊຍ ຂຶ້ນ​ກັບ​ກຸ່ມ 20 ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ແຖວ​ໜ້າ​ໂລກ, ​ເປັນ​ປ​ະ​ເທດ​ຊີ້​ນຳ​ນຳພາ, ນຳ​ໜ້າ​ໃນ​ການ​ຮ່ວມ​ສຳພັນ​ຂອງ ອາ​ຊຽນ, ​ໃນ​ການກໍ່​ຕັ້ງ APEC, ດັ່ງ​ນັ້ນ ອິນ​ໂດ​ເນ​ເຊຍ ອາດ​ສາ​ມາດ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ທີ່​ຕັ້ງ​ຂອງ​ຕົ​ນຄື​ໃນ​ປະຈຸ​ບັນ ​​ແມ່ນສາມາດ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຫລາຍ​ຢ່າ​ງ​ເມື່ອ​ເຂົ້າ​ຮ່ວມ TPP.

 

 

ຂ່າວ/ບົດ​ອື່ນ