ຫວຽດນາມແບ່ງເບົາຄວາມໂສກເສົ້າເສຍຫາຍກັບອິນເດຍພາຍຫລັງເຫດບັ້ງໄຟດອກລະເບີດ

ຫວຽດນາມແບ່ງເບົາຄວາມໂສກເສົ້າເສຍຫາຍກັບອິນເດຍພາຍຫລັງເຫດບັ້ງໄຟດອກລະເບີດ - ảnh 1
(ພາບປະກອບ)

(vovworld) - ​​ໂດຍໄດ້​ຮັບ​ຂ່າວວ່າ​ເຫດ​​ບັ້ງ​ໄຟດອກ​ລະ​ເບີດ​ຢ່າງ​ຮ້າຍ​ແຮງ​ຢູ່ວິຫານ​ແຫ່ງໜຶ່ງ​ໃນ​ລັດ Kerala ທາງ​ພາກ​ໃຕ້ ອິນ​ເດຍ ​ເຮັດ​ໃຫ້​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​​ເປັນຈຳນວນ​ຫລວງຫລາຍ, ວັນ​ທີ 10/04 ທ່ານ ຟ້າ​ມບີ​ງມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​​ເທດ ​ໄດ້​ສົ່ງ​ສານ​ແບ່ງ​ເບົາຄວາມ​ເສົ້າ​ສະ​ຫຼົດ​ໃຈ​ເຖິງ​ທ່ານ Sushma Swaraj ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອິນ​ເດຍ.

        ​ແລະ​ໃນ​ວັນ​ດຽວ​ກັນ, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ ຫວຽດນາມ ຕໍ່​ເຫດບັ້ງ​ໄຟ​ດອກ​ລະ​ເບີດ​ດັ່ງກ່າວ, ​ໂຄສົກ​ກະຊວງ​ການ​ຕ່າງປະ​​ເທດ ຫວຽດນາມ ທ່ານ ​ເລ​ຫາຍ​ບີ​ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ຮູ້ສຶກເສົ້າ​ສະຫຼົດ​ໃຈ​ເມື່ອ​ໄດ້​ຮັບ​ຂ່າວ​ ​ເຫດບັ້ງ​ໄຟ​ດອກ​ລະ​ເບີ​ດ​ໃນ​ວັນ​ທີ 10/04 ຢູ່ ອິນ​ເດຍ ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​​ເປັນຈຳນວນ​ຫລວງຫລາຍ. ຫວຽ​ດນາມ ຂໍແບ່ງ​ເບົາຄວາມ​ເສົ້າ​ສະ​ຫຼົດ​ໃຈ​ ຄວາມ​ເສຍ​ຫາຍນີ້ ​ແລະ ປາດ​ຖະໜາ​ວ່າ: ລັດຖະບານ, ປະຊາຊົນ ອິນ​ເດຍ ​ແລະ ຄອບຄົວ​ບັນດາ​ຜູ້ປະສົບ​ເຄາະ​ຮ້າຍ​ຈະແກ້​ໄຂ​ຜົນ​ຮ້າຍຢ້ອນ​ຫລັງ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ​ໂດຍ​ໄວ. ທ່ານ ​ເລ​ຫາຍ​ບີ​ງ ກໍ​ໃຫ້​ຮູ້​ວ່າ ປະຈຸ​ບັນ ຍັງ​ບໍ່ທັນ​ມີ​ຂ່າວ​ກ່ຽວ​ກັບຄວາມ​ເສຍ​ຫາຍ​ສຳລັບ​ຊາວ ຫວຽດນາມ ຢູ່ ອິນ​ເດຍ​ ໃນ​ເຫດ​ການ​ນີ້.

ຂ່າວ/ບົດ​ອື່ນ