ຫວຽດນາມແມ່ນກຳລັງໜູນພັດທະນາຂອງອາຊຽນ

ຫວຽດນາມແມ່ນກຳລັງໜູນພັດທະນາຂອງອາຊຽນ - ảnh 1
ພາບປະກອບ

(vovworld) – ວັນ​ທີ 19/8, ໜັງ​ສື​ພິມ ຄົມ​ຈະ​ລຶກ ຂອງ ​ໄທ ໄດ້​​ລົງ​ພິມບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ ບື່ນຕົວ​ຂຶ້ນ​ອັນ​ດັບ​ໜຶ່ງ​ໃນ ອາ​ຊຽນ” ຂອງ​ນັກຮຽນ​ຮູ້​ກະວີ ຈົງ​ເຈ​ບຕິ​ຖາວອນ ​ເຊິ່ງ​ແມ່ນ​ນັກຮຽນ​ຮູ້​ຜູ້ດີ​ເດັ່ນ​ຂອງ ​ໄທ. ​ໃນ​ບົດ​ຂຽນ​ນີ້, ທ່ານ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ຮອບດ້ານ​ຂອງ ຫວຽດນາມ ​ໃນ​ວິວັດທະນາ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບປະຊາ​ຄົມ ອາ​ຊຽນ. ນັກຮຽນ​ຮູ້ ກະວີ ຍອມຮັບ​ວ່າ: “ປະຈຸ​ບັນ, ຫວຽດນາມ ​ໄດ້​ກາຍ​ເປັນ​ສະມາຊິກ​ຫຼັກ​ແຫຼ່ງຂອງ ອາ​ຊຽນ ​ແລະ ຍັງ​ແມ່ນ​ກຳລັງ​ໜູ​ນຊຸກຍູ້​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ໃໝ່​ຄື ລາວ, ກຳປູ​ເຈຍ ​ແລະ ມຽນມາ. ຫວຽດນາມ ​ເຂົ້າ​ໃຈ​ໄດ້​ວ່າ ​ເພື່ອ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດກ່ຽວ​ກັບ​ເສດຖະກິດ ຕ້ອງ​ປະຕິ​ຮູບ​ຢ່າງ​ແຮງ. ​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ​ໄດ້​ຍົກ​ອອກ​ບັນດາ​ລັດຖະນະ​ໂຍບາຍ ກ່ຽວ​ກັບ​ບັນຫາ​ດຳ​ເນີນ​ທຸລະ​ກິດ, ການ​ຄ້າ, ການ​ລົງທຶນ​ສາກົນ. ຕົວຢ່າງ​ຄື​ການ​ຊຸກຍູ້​ການ​ເຂົ້າ​ຮ່ວມ​ກົນ​ໄກ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ ປາຊີ​ຟິກ  (TPP)”. ຄຽງ​ຄູ່​ກັນ​ນັ້ນ, ຫວຽດນາມ ພວມ​ກໍ່ສ້າງ​ເສັ້ນທາງ, ສະໜາມ​ບິນ, ທ່າ​ກຳ​ປັ່ນ​ໂດຍ​ໄວ​ເພື່ອ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ຂົນ​ສົ່ງ, ພະລາ​ທິການ ​ແລະ ຜະລິດ​ຂອງ ອາ​ຊຽນ. ຫວຽດນາມ ຕັ້ງໜ້າ​ສະໜັບ​ສະ​ໜູນ​ເຄືອ​ຂ່າຍ​ເສດຖະກິດ​ຂອງ ອາ​ຊຽນ, ມານ​ະພະຍາຍາມ ດຶງ​ດູດ​ບັນດາ​ບໍລິສັດ​ຂົນ​ສົ່ງ, ພະລາທິການ​ຂອງ ຍີ່ປຸ່ນ ລົງທຶນ​ເຂົ້າ ຫວຽດນາມ. ພ້ອມນັ້ນ ຫວຽດນາມ ພວມ​ລົງທຶນກໍ່​ສ້າງ​ບັນດາ​ເສັ້ນທາງ​ເຊື່ອມ​ຕໍ່​ກັບ ລາວ ​ແລະ ກຳປູ​ເຈຍ ​ເພື່ອ​ຊ່ວຍ​ບັນດາ​ປະ​ເທດ​ນີ້​ຂົນ​ສົ່ງ​ສິນຄ້າ​ເຂົ້າ - ອອກທ່າ​ກຳ​ປັ່ນ​ແຫຼມ​ຈະ​ບັງຂອງ ​ໄທ.

ຂ່າວ/ບົດ​ອື່ນ