ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ທີ່​ສົມ​ບູນ​ແບບຂອງ ອົດ​ສະ​ຕາ​ລີ

(VOVWORLD) -  ຕາມບົດລາຍງານຫຼ້າສຸດ ຂອງ ສູນຄົ້ນຄ້ວາ ອາຊີ (Asia Society) ແລະ ສູນຄົ້ນຄ້ວາ APEC ຢູ່ມະຫາວິທະຍາໄລ RMIT ຂອງ ອົດສະຕາລີ ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ, ດ້ວຍປະຊາຊົນເກືອບ 100 ລ້ານຄົນ, “ແມ່ນຄູ່ຮ່ວມມືເສດຖະກິດທີ່ສົມບູນແບບຂອງ ອົດສະຕາລີ”.
ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ທີ່​ສົມ​ບູນ​ແບບຂອງ ອົດ​ສະ​ຕາ​ລີ - ảnh 1ພາບປະກອບ: TTXVN 

ບົດລາຍງານໄດ້ເນັ້ນໜັກວ່າ “ຫວຽດນາມ ແມ່ນການເລືອກເຟັ້ນທີ່ພົ້ນເດັ່ນ ເພື່ອໃຫ້ບັນດາວິສາຫະກິດ ອົດສະຕາລີພິຈາລະນະ ຄືວ່າແມ່ນຕະຫຼາດສິນຄ້າ, ການບໍລິການ ແລະ ລົງທຶນດຳເນີນທຸລະກິດແຫ່ງໜຶ່ງ. ຫວຽດນາມ ຈະຊ່ວຍຫັນບັນດາການພົວພັນຄູ່ຮ່ວມມືເສດຖະກິດ ແລະ ລະບົບສະໜອງຂອງ ອົດສະຕາລີເປັນຫຼາຍຮູບຫຼາຍແບບ. ບົດລາຍງານໄດ້ຍົກໃຫ້ເຫັນບັນດາໂອກາດທີ່ຍິ່ງໃຫຍ່ຢູ່ຫວຽດນາມ ໃຫ້ບັນດາ ນັກຜະລິດຊິ້ນງົວ, ຕົ້ນໄມ້, ອາຫານປຸງແຕ່ງ, ການບໍລິການສາທາລະນະສຸກ ແລະ ການສຶກສາ, ອຸປະກອນຂຸດຄົ້ນບໍ່ແຮ່ ແລະ ບັນດາເຕັກໂນໂລຢີ “ອຸດສາຫະກຳ 4.0”ຂອງອົດສະຕາລີ”.

        ບົດລາຍງານກໍ່ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຍາມໃດກໍ່ສະແດງຄວາມຊົມເຊີຍ ບັນດາວິສາຫະກິດ ອົດສະຕາລີມາລົງທຶນ ແລະ ທຳມາຫາກິນ ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ