ຫວຽດນາມແມ່ນຕະຫຼາດ ທີ່ເຕັມໄປດ້ວຍຄວາມ ສາມາດບົ່ມຊ້ອນ


ຫວຽດນາມແມ່ນຕະຫຼາດ ທີ່ເຕັມໄປດ້ວຍຄວາມ ສາມາດບົ່ມຊ້ອນ - ảnh 1

(ພາບ: vov)

 (vovworld)- ວັນ​ທີ 27/11, ກົມ​ການ​ຄ້າ​ສະຖານທູດ​ຫວຽດນາມ ປະຈຳ​ໄທ ສົມທົບ​ກັບ​ກົມ​ລົງທຶນ​ໄທ (BOI) ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້ “ການ​ຄ້າ ​ແລະ ການ​ລົງທຶນ​ກັບ​ຫວຽດນາມ: ກາລະ​ໂອກາດ​ກໍ່​ຄື​ສິ່ງ​ທ້າ​ທາຍ“ ​ເພື່ອ​ແນ​ໃສ່​ສະໜອງ​ຂໍ້​ມູນ​ຂ່າ​ວ​ໃຫ້​ບັນດາ​ນັກ​ລົງທຶນ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ໄທ ກ່ຽວ​ກັບ​ສະພາລບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ຫວຽດນາມ ​ໃນ​ປະຈຸ​ບັນ.

  ທ່ານ​ຫວຽນ​ແທງ​ຫາຍ, ຫົວໜ້າ​ຫ້ອງການ​ການ​ຄ້າ​ຫວຽດນາມ ປະຈຳ​ໄທ ​ໃຫ້​ຮູ້​ວ່າ: ມີ​ນັກ​ລົງທຶນ​ໄທ ​ຫຼາຍ​ຄົນ​ໄດ້​ປະສົບ​ຜົນສ​ຳ​ເລັດ​ຢູ່​ຫວຽ​ດນາມ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ຂອງ​ໄທ ​ກໍ່​ຈະຕັ້ງໜ້າ​ລົງທຶນ​ເຂົ້າຫວຽດນາມ. ສ່ວນ​ຕາມ​ທ່ານ​ຮອງ​ເລຂານຸການ​ກົມ​ລົງທຶນ​ໄທ (BOI) ​ແລ້ວ, ​ກົມ​ລົງທຶນ​ໄທ (BOI) ພວມ​ສະໜອງ​ບັນດາ​ຂໍ້​ມູນ​ຂ່າວ​ລະອຽດ​ກ່ຽວ​ກັບ​ຕະຫຼາດ​ຫວຽດນາມ ​ໃຫ້​ວິ​ສາຫະ​ກິດ​ໄທ ທັງ​ໝົດ​ທີ່​ຢາກ​ລົງ​ທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ກໍ່​ຄື​ສົມທົບ​ກັບ​ຝ່າຍ​ຫວຽດນາມ ຈັດ​ກອງ​ປະຊຸມ​ສຳ​ມະ​ນາຄັ້ງຕ່າງໆ​, ​ເຊີນ​ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ພວມ​ດຳ​ເນີນ​ທຸລະ​ກິດ​ສຳ​ເລັດ​ຜົນ​ຢູ່​ຫວຽດນາມ ມາ​ແບ່ງປັນ​ບົດຮຽນ…./.

ຂ່າວ/ບົດ​ອື່ນ