ຫວຽດນາມແມ່ນເພ່ືອນມິດ,ເປັນປະເທດບ້ານໃກ້ເຮືອນຄຽງສະໜິດສະໜົມກັບປະຊາຊົນກຳປູເຈຍ

ຫວຽດນາມແມ່ນເພ່ືອນມິດ,ເປັນປະເທດບ້ານໃກ້ເຮືອນຄຽງສະໜິດສະໜົມກັບປະຊາຊົນກຳປູເຈຍ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
​ພົບ​ປະ​ກັບພະ​ມະຫາ​ກະສັດ ໂນ​ໂຣດົມ ສີຫາໂມ​ນີ)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລຂາ​ທິການ​ໃຫຍ່ ຄະນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ຫງວຽນ​ຟຸຈ້ອງ ​ແລະ ທ່າ​ນປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ວັນ​ທີ 19/10, ພະ​ບາດ​ສົມ​​ເດັດ​ພະ​ບໍລົມ​ມະ​ນຽດ ​ໂນ​ໂຣດົມ ສີຫາ​ໂມ​ນີ, ພະ​ມະຫາ​ກະສັດ​ແຫ່​ງລາ​ຊະ​ອານາຈັກ​ກຳ​ປູ​ເຈຍ ​ເລີ່ມ​ຕົ້ນ​ການ​ຢ້ຽມຢາມ ​ຫວຽດນາມ, ​ໃນ​ລະຫວ່າງ​ວັນ​ທີ 19 – 22/10. ຕອນ​ບ່າຍວັນ​ທີ 19/10, ຢູ່​ນະຄອນ​ເຫ້ວ, ​ແຂວງ ​ເທື່ອ​ທຽນ​ເຫ​້ວ, ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບປະ​ຢ່າງ​ສະໜິດສະໜົມ​ກັບພະ​ມະຫາ​ກະສັດ ໂນ​ໂຣດົມ ສີຫາໂມ​ນີ. ນະທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ຢືນຢັນ​​ວ່າ, ຍາມ​ໃດ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະ​ສິດ​ສູງ​ຕໍ່​ເລື່ອງ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ກັບກ​ຳປູ​ເຈຍ, ​ເພື່ອ​ຜົນ​ປະ​​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່​ອສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວ​ມມື ​ແລະ ພັດທະນາ​ໃນ​ພາກພື້ນ ​​​ແລະ ​ໃນ​ໂລກ. ສ່ວນພະ​ມະຫາ​ກະສັດ​ກຳ​ປູ​​ເຈຍ ໂນ​ໂຣດົມ ສີຫາ​ໂມ​ນີ ​ກໍເນັ້ນ​ໜັກ​ວ່າ: ຫວຽດນາມ ​ແມ່ນ​​ເພື່ອນ​ມິດ​ທີ່​ສຳຄັນ, ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ໃກ​້ຊິດ​ສະໜິດສະໜົມຂ​ອງປະຊາຊົນ​ກຳປູ​ເຈຍ; ປະຊາຊົນ ກຳປູ​ເຈຍ ​ໄດ້​ຕີ​ລາຄາ​ສູງ​ການ​ສະ​ໜັບສະ​ໜູນ, ການ​ຊ່ວຍ​​ເຫຼືອ​ອັນ​ໃຫຍ່​ຫຼວງ ​ແລະ ​ລ້ຳຄ່າ​ເຊິ່ງພັກ, ລັດ ​ແລະ ປະຊາ​ຊົນ​ຫວຽດນາມ ​ໄດ້ສະຫງວນ​ໃຫ້ປະຊາຊົນ​ກຳປູ​ເຈຍ ​ໃນ​ບັນດາໄລຍະພັດທະນາ. ​ພະມະຫາ​ກະສັດ​ກຳ​ປູ​​ເຈຍ ຢືນຢັນ​ວ່າ, ຈະ​ສືບ​ຕໍ່​ເພີ​ມພູນ​ຄູນ​ສ້າງ​ໃຫ້​ນ້ຳ​ໃຈ​ສາມັກຄີ, ການ​ພົວພັນ​ມິດຕະພາບບໍລິສຸດ​ຜຸດ​ຜ່ອງ, ການ​ຮ່ວມ​ມື​ອັນ​ດີງາມ ​ແລະ ໝັ້ນຄົງ​ຂະ​ໜົງ​ແກ່ນ​ລະຫວ່າງ 2 ຊາດ​ອ້າຍ​ນ້ອງ​ກຳປູ​ເຈຍ - ຫວຽດນາມ ​ຈົນ​ຊົ່ວ​ກາລະ​ນານ.

ຂ່າວ/ບົດ​ອື່ນ