ຫວຽດນາມແມ່ນໜຶ່ງໃນຈຳນວນ5ປະເທດໃນໂລກມີພື້ນຖານປັກເຂັມພັດທະນາ

ຫວຽດນາມແມ່ນໜຶ່ງໃນຈຳນວນ5ປະເທດໃນໂລກມີພື້ນຖານປັກເຂັມພັດທະນາ - ảnh 1
(ທ່ານ​ນາງ​ລັດຖະມົນຕີ​ວ່າ​ການ​
ກະຊວງ​ສາທາ​ລະນະ​ສຸກຫວຽດນາມ ຫງວຽນ​ທິກິມຕຽນ)


(vovworld) – ວັນ​ທີ 21/09, ຢູ່​ສູນ​ການ​ຄ້າ​ຮ່າ​ໂນ້ຍ - ມົດ​ສະ​ກູ, ປະ​ເທດ​ລັດ​ເຊຍ, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໄດ້​ສົມທົບ​ກັບ​ສະຖານ​ທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ຈັດ​ກອງ​ປະຊຸມ​ສຳ​​ມະ​ນາ​ວິທະຍາ​ສາດ “ປັກ​ເຂັມ ​ແລະ ນວດ​, ກົດ​ບີບ ຫວຽດນາມ - ສິ່ງ​ຍອດ​ຢ້ຽມ​ຂອງ​ການ​​ແພດໂລກ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມສຳ​ມະ​ນາ, ທ່ານ​ນາງ​ລັດຖະມົນຕີ​ວ່າ​ການ​ກະຊວງ​ສາທາ​ລະນະ​ສຸກຫວຽດນາມ ຫງວຽນ​ທິກິມຕຽນ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ, ກໍ​ຄື​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ. ຕາມ​ນັ້ນ​ແລ້ວ, ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ພື້ນຖານ​ປັກ​ເຂັມ - ການ​​ແພດ​ພື້ນ​ເມືອງ​ພັດທະນາ, ​ເຊິ່ງ​ໄດ​້ຮັບ​ການ​ຕີ​ລາຄາ​ຈາກອົງການອະນາ​ໄມໂລກ (WHO) ​​ວ່າແມ່ນ​ໜຶ່ງ​ໃນ​ຈຳນວນ 5 ປະ​ເທດ​ໃນ​​ໂລກ ມີ​ພື້ນຖານ​ປັກ​ເຂັມ​ພັດທະນາ​ທີ່​ສຸດ​​ໃນ​ໂລກ.

        “ນີ້​ແມ່ນ​ໂອກາດ​ເພື່ອ​ໂຄສະນາ​ບັນດາ​ຜົນງາ​ນປິ່ນປົວ​ພະຍາດມະຫັດສະຈັນ​ຂອງ​ພື້ນຖານການ​​ແພດ​ພື້ນ​ເມືອງ​, ພິ​ເສດ​ແມ່ນ​ຂອງ​ການ​ປັກ​ເຂັມ​ຫວຽດນາມ ຕໍ່​ໂລກ. ການ​ເຄື່ອນ​ໄຫວ​ນີ້​ໄດ້ຮັບ​ການ​ເຊື່ອມ​ຕໍ່ຢ່າງ​ແໜ້ນ​ແຟ້ນກ່ຽວ​ກັບ​ດ້ານ​ວັດທະນະທຳ, ກໍ​ຄື​ດ້ານ​ການ​​ແພ​ດ ​ແລະ ການ​ເຄື່ອນ​ໄຫວ​ຕ່າງໆ​ລະຫວ່າງ​ປະຊາຊົນ​ຮ່າ​ໂນ້ຍ ​ແລະ ມົດ​ສະ​ກູ, ກໍ​ຄື​ລະ​ຫວ່າງປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ລັດ​ເຊ​ຍ, ພິ​ເສດ​ແມ່ນ​ປະຕິບັດ​ບັນດາ​ເອກະສານລົງ​ນາມ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​​ແພ​ດລະຫວ່າງ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ກັບ​ກະຊວງ​ສາ​ທານະ​ລະ​ສຸກ​ສະຫະພັນ​ລັດ​ເຊ​ຍ ​ເປັນ​ຢ່າງ​ດີ”.

ຂ່າວ/ບົດ​ອື່ນ