ຫວຽດນາມແມ່ນໜຶ່ງໃນບັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຍີ່ປຸ່ນ

(VOVWORLD) - ຫວຽດນາມແມ່ນໜຶ່ງໃນບັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຍີ່ປຸ່ນ ນີ້ແມ່ນຄຳຢືນຢັນຂອງ ທ່ານເອກອັກຄະລັດຖະທູດຢີ່ປຸ່ນປະຈຳຫວຽດນາມ Umeda Kunio ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ
ຫວຽດນາມແມ່ນໜຶ່ງໃນບັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຍີ່ປຸ່ນ - ảnh 1 ທ່ານເອກອັກຄະລັດຖະທູດຢີ່ປຸ່ນປະຈຳຫວຽດນາມ Umeda Kunio (ພາບ: TTXVN)

ກ່ຽວກັບການຮ່ວມມື, ມິດຕະພາບລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ເນື່ອງໃນໂອກາດທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແລະ ພັນລະຍາຈະໄປຢ້ຽມຢາມທາງລັດຖະກິດຢູ່ ຍີ່ປຸ່ນ ໃນລະຫວ່າງວັນທີ 29 ພຶດສະພາຫາວັນທີ 2 ມິຖຸນາ ຕາມຄຳເຊື້ອເຊີນຂອງລັດ ຍີ່ຢຸ່ນ. ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຫວຽດນາມ Umeda Kunio ຊີ້ແຈ້ງວ່າ: ປີນີ້ຈະດຳເນີນກວ່າ 100 ເຫດການ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຍີ່ປຸ່ນ-ຫວຽດນາມ ດ້ວຍເນື້ອໃນອຸດົມສົມບູນຢູ່ທັງສອງປະເທດ. ໃນນັ້ນ, ການຢ້ຽມຢາມ ທາງລັດຖະກິດຢູ່ຍີ່ປຸ່ນ ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ພັນລະຍາ ແມ່ນເຫດການສຳຄັນທີ່ສຸດ. ຜ່ານການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນ ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ພັນລະຍາໃນຄັ້ງນີ້, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງຂອງສອງປະເທດ ແນ່ນອນວ່າຈະໄດ້ຮັບການເພີ່ມທະວີກວ່າອີກ.

        ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຫວຽດນາມ Umeda Kunio ກໍ່ຊີ້ແຈ້ງວ່າ: ໃນຂົງເຂດການເມືອງ ແລະ ການປ້ອງກັນຄວາມສະຫງົບ, ການຮ່ວມມືໃນຂົງເຂດຄວາມໝັ້ນຄົງທາງທະເລ ພວມໄດ້ ຮັບການເພີ່ມທະວີ. ຫວຽດນາມ ໄດ້ ແລະ ພວມສະໜັບສະໜູນໃຫ້ “ຍຸດທະສາດມະຫາສະມຸດອິນເດຍ-ປາຊີຟິກເສລີ ແລະ ເປີດກວ້າງ” ເຊິ່ງຍີ່ປຸ່ນກຳລັງສົ່ງເສີມ. ສອງປະເທດຈະເພີ່ມທະວີບັນດາການຮ່ວມມືຫຼາຍຮູບຫຼາຍແບບ ທີ່ກ່ຽວຂ້ອງເຖິງຍຸດທະສາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ