ຫວຽດນາມແລະAlgeriaເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືຮອບດ້ານໃນຫຼາຍຂົງເຂດ

ຫວຽດນາມແລະAlgeriaເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືຮອບດ້ານໃນຫຼາຍຂົງເຂດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ
Algiers Abdelmalek Sellal
(ພາບ: Đức Tám)

(vovworld) – ວັນ​ທີ 1/6, ຢູ່​ນະ​ຄອນຫຼວງ Algiers, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Algeria Abdelmalek Sellal. ທີ່​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີທັງ 2 ທ່ານໄດ້ແລກ​ປ່ຽນ​ຢ່​າ​ງ​ຮອບ​ດ້ານ​ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ທ່ານ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ພົບ​ປະ​ຂັ້ນ​ສູງ​ລະ​ຫວ່າງ 2 ປະ​ເທດ, ເພີ່ມ​ທະ​ວີ​ການ​ສົມ​ທົບ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ບົນ​ເວ​ທີ​ປາ​ໄສ ແລະ ອົງ​ການ​ສາ​ກົນ. ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ແຮງ​ງານ​ລະ​ຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ​ໃຫ້ສົມ​ກັບ​ການ​ພົວ​ພັນ​​ດ້ານການ​ເມືອງ​ອັນ​ດີ​ງາມ, ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ແລະ ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ. ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າ​ງ​ເງື່ອນ​ໄຂ​ສະ​ດວກ​​ເພື່ອໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ 2 ປະ​ເທດ​ສືບ​ຕໍ່​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ ແລະ ລົງ​ທຶນ​ຢູ່​ແຕ່​ລະ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ກະ​ສິ​ກຳ - ປ່າ​ໄມ້, ນ້ຳ​ມັນ​ອາຍ​ແກ​ສ, ແຮງ​ງານ… ສູ້​ຊົນ​ຍ​ົກ​ວົງ​ເງິນ​ການ​ຄ້າ 2 ສົ້ນໃຫ້​ບັນ​ລຸ 1 ຕື້ USD ໃນ​ຊຸ​ມ​ປີ​ຕໍ່​ໄປ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕ​ີນ​ຢູ້ງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abdelmalek Sellal ເຫັນ​ດີ​ເປັນ​ເອ​ກະ​ສັນ​ຊີ້​ນຳ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ກົນ​ໄກ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ​້​ວິ​ສາ​ຫະ​ກິດ 2 ຝ່າຍ​ຮ່ວມ​ມື ແລະ ສົ່ງ​ເສີມ​ບັນ​ດາ​ໂຄງ​ການ​ລະ​ອຽດ​ຕາມ​ຮູບ​ແບບ​ໃໝ່​ໃນ​ທຸກໆ​ຂົງ​ເຂດ​ຈາກ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ, ປຸງ​ແຕ່ງ​ທັນ​ຍາ​ຫານ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ, ຢັ້ງ​ຢືນ​ວ່າ:

        “ພວກ​ຂ້​າ​ພະ​ເຈົ້າ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຢ່າງ​ສູງວ​່າ: ທັງ 2 ຝ່າຍ​​ພ້ອມ​ກັນມານ​ະ​ພະ​ຍາ​ຍາມ​ຮ່ວມ​ມື​ນຳ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ 2 ປະ​ເທດ​ກ້າວ​​ຂຶ້ນສູ່​ລະ​ດັບ​ສູງ​ໃໝ່, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ເຖິງ 1 ຕື້ USD ໃນ​ໄລ​ຍະ​ຈະ​ມາ​ເຖິງ. Algeria ຖະ​ແຫຼງ​ຮັບ​ຮູ້ ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ. ຫວຽດ​ນາມ ​ພ້ອມ​​ແລ້ວ​ທີ່​ຈະສະ​ໜັບ​ສະ​ໜູນ Algeria ເຂົ້າ​ຮ່ວມ WTO ​ໂດຍບໍ່​ຕ້ອງ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ ຫວຽດ​ນາມ”

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Algeria Abdelmalek Sellal ໃຫ້​ຮູ້​ວ່າ: Algeria ປາດ​ຖະ​ໜາ​ຢາກ​ໃຫ້ ຫວຽດ​ນາມ​ ໜູນ​ຊ່ວຍ, ຊ່ວຍ​ເຫຼືອ, ຮ່ວມ​ມື​ເພື່ອ​ໃຫ້​ປະ​ເທດນີ້​ຟື້ນ​ຟູ​ຂະ​ແໜງ​​ອຸດ​ສາ​ຫະ​ກ​ຳຕ່ຳ​ແຜ່ນ​ຕັດ​ຫຍິບ ແລະ ປຸງ​ແຕ່ງ​ທັນ​ຍາ​ຫານ​ຄືນ​ໃໝ່. ໃນ​ຂົງ​ເຂດ​ກະ​ສິ​ກຳ, Algeria ພ້ອມ​ແລ້ວ​ທີ່​ຈະ​ສະ​ຫງວນ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເນື້ອ​ທີ່​ດິນ​ແຕ່ 20.000 ເຖິງ 30.000 ha ເພື່ອ​ຮ່​ວ​ມ​ມື​ປູກ​ເຂົ້າ ແລະ ລ້ຽງ​ສັດ, ຫວຽດ​ນາມ ອາດ​ຈະ​ສົ່ງ​ນັກ​ຊ່ຽວ​ຊານ ແລະ ຊາວ​ກະ​ສິ​ກ​ອນຂອງ​ຕົນ​ໄປ​ຍັງ Algeria ເພື່ອ​ປະ​ຕິ​ບັດ​ໂຄງ​ການນີ້​ໂດຍ​ໄວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abdelmalek Sellal, ຢັ​້ງ​ຢືນ​ວ່າ:

        “ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢູ່ Algeria ໃນ​ຂົງ​ເຂດ​ສ​ຳ​ຫຼວດ, ຂຸດ​ຄົ້ນ​ກໍ່​ຄື​ສະ​ໜອງ​​ການບໍ​ລິ​ການ​ນ້ຳ​ມັນ​ອາຍ​ແກ​ສ. ນອກ​ຈາກ​ໂຄງ​ການ​ຮ່ວມ​ດຳ​ເນີນ​ທຸ​ລະ​ກິດ​ລະ​ຫວ່າງ Petrovietnam ແລະ ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ​ແຫ່ງ​ຊາດ Algeria (Sonatrach) ແລ້ວ, Algeria ​ຍັງພ້ອມ​ແລ້ວ​ທີ່​ອະ​ນຸ​ຍາດ​ໃຫ້​ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ຫວຽດ​ນາມ ເປີດ​ກ້​ວາງ ປະ​ສິດ​ທິ​ພາບ​ໂຄງ​ການ​ເກົ່າ ກໍ່​ຄື​ເປີດ​ໂຄງ​ການ​ໃໝ່​ຢູ່​ສະ​ຖານ​ທີ່​ໃໝ່. Algeria ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​​ເພື່ອໃຫ້​ບັນ​ດາ​ວິ​ສາ​ຫະ​ກິດກໍ່​ສ້າງ​ສົ່ງ​ຄົນ​ງານ​ໄປ​ຍັງ Algeria ເຂົ້າ​ຮ່ວມ​ການກໍ່​ສ້າງ​ບັນ​ດາ​ໂຄງ​ການ, ກ່ອນ​ອື່ນ​ໝົດ​ແມ່ນ​ໂຄງ​ການ​ກ່ຽວ​ກັບ​ເຮືອນ​ຢູ່…”

        ທີ່​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​​ໄດ​້ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ເຊິ່ງ​ທັງ 2 ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ຢັ້ງ​ຢືນ​ພ້ອມ​ກັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ໂລກ.

        ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abdelmalek Sellal ໄດ້ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

                                                                    


ຂ່າວ/ບົດ​ອື່ນ