ຫວຽດນາມແລະSlovakiaຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມແລະSlovakiaຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ảnh 1
ທີ່ພິທີລົງນາມໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການຮ່ວມ​ມື
ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ ລະຫວ່າງ 2 ປະ​ເທດ
(ພາບ:Hồng Pha)

(vovworld) – ​ ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ຄະນະ​ພະນັກງານ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​Slovakia ​ໂດຍ​ທ່ານ Martin Glavac, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ Slovakia ນຳ​ໜ້າຄະນະ, ມາຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 8-14/6. ທີ່​ການ​ເຈລະຈາ ​ເຊິ່ງ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/6, ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ​ທ່ານ Martin Glavac, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ Slovakia ​​ໄດ້ແລກປ່ຽນ​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ, ​ໃນ​ນັ້ນ​ສຸມ​ໃສ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ, ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ລະຫວ່າງ 2 ກະຊວງ​ປ້ອງ​ກັນ​ປະ​ເທດ,  ການ​ຮ່ວມ​ມື​ບຳລຸງ​ສ້າງ​ພະນັກງານ, ​ແບ່ງປັນ​ບົດຮຽນ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ...​ສິ້ນ​ສຸດ​ການ​ເຈລະຈາ, ທ່ານລັດຖະມົນ
ຕີວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ ​ແລະ ທ່ານລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ Slovakia Martin Glavac ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການຮ່ວມ​ມືດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ ລະຫວ່າງ 2 ປະ​ເທດ, ສ້າງ​ພື້ນຖານ​ນິຕິ​ກຳ​ໃຫ້ການ​ຊຸກຍູ້​ສາຍ​ພົວພັນ​ການ​ຮ່ວມ​ມື​ດ້ານ​ປ້​ອງກັນຊາ​ດ ລະຫວ່າງ ຫວຽດນາມ ​ແລະ Slovakia ​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ເພື່ອ​ຄາດໝາຍສັນຕິພາບ, ສະຖຽນ​ລະ​ພາບ, ​ຄວາມ​ສະຫງົບປອດ​ໄພ​ຢູ່​ແຕ່​ລະ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ